ໃນວັນທີ 4 ມິຖຸນາ ທີ່ຜ່ານມາ, ຂ່າວຕ່າງປະເທດ ລາຍງານວ່າ: ພູເຂົາຂີ້ເຫຍື້ອ ໃນນະຄອນຫຼວງນິວເດລີ ທີ່ສູງທີ່ສຸດໃນອິນເດຍ ຈະມີຄວາມສູງກວ່າ ທັສມາຮານ ແລ້ວ ໃນປີໜ້າ ກາຍເປັນສິ່ງຕອກຢໍ້າຕາມທີ່ ສະຫະປະຊາຊາດ ລະບຸໄວ້ວ່າ ເປັນເມືອງຫຼວງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.

ເຈົ້າໜ້າທີ່ທາງການນິວເດລີ ກ່າວວ່າ:

ກອງຂີ້ເຫຍື້ອ ກາຊິປູ ເປັນກອງຂີ້ເຫຍື້ອທີ່ມີຂະໜາດໃຫຍ່ກວ່າ ສະໜາມກິລາເຕະບານ 40 ກວ່າສະໜາມ, ມີຂີ້ເຫຍື້ອກອງສະສົມຂຶ້ນສູງ ປີລະເກືອບ 10 ແມັດ ແລະ ໃນປັດຈຸບັນ ມີຂີ້ເຫຍື້ອກອງກັນສູງກວ່າ 60 ແມັດ;

ດ້ວຍອັດຕາຄວາມສູງທີ່ຍັງເພີ່ມຂຶ້ນຕໍ່ເນື່ອງ ເຮັດໃຫ້ກອງຂີ້ເຫຍື້ອ ໃນໃຈກາງນິວເດລີ ມີທ່າອ່ຽງຈະສູງກວ່າ ທັສມາຮານ ອານຸສອນສະຖານຊື່ດັງໃນເມືອງອັກຣາ ທີ່ມີຄວາມສູງ 73 ແມັດ  ພາຍໃນປີ 2020.

ບໍ່ຂີ້ເຫຍື້ອ ກາຊິປູ ມີຂຶ້ນຕັ້ງແຕ່ປີ 1984 ແລະ ກອງສະສົມຂຶ້ນຈົນເຖິງປະລິມານທີ່ສາມາດຮອງຮັບໄດ້ສູງສຸດ ໃນປີ 2002 ເຊິ່ງຄວນປິດຕົວລົງໄປແລ້ວ ແຕ່ກໍຍັງຄົງມີລົດຂົນຂີ້ເຫຍື້ອຫຼາຍຮ້ອຍຄັນ ຂົນຂີ້ເຫຍື້ອມາຖິ້ມທຸກມື້ ເຊິ່ງໃນແຕ່ລະມື້ ມີຂີ້ເຫຍື້ອມາຖິ້ມທີ່ ກາຊິປູ ປະມານ 2.000 ໂຕນ.