ຈາກເຫດການທີ່ມີຝົນຕົກແຮງ ເຮັດໃຫ້ດິນເຈື່ອນທັບເຮືອນ ມີຜູ້ເສຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບອີກ 1 ຄົນ ໃນວັນທີ 2 ມິຖຸນາ 2019 ຢູ່ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ; ໃນຕອນບ່າຍຂອງວັນດຽວກັນ, ອົງ ການປົກຄອງແຂວງຜົ້ງສາລີ ຈຶ່ງໄດ້ນຳເອົາເງິນສົດຈຳນວນ 10 ລ້ານກີບ, ເຂົ້າສານ 200 ກິໂລ ແລະ ສາດຈໍານວນ 10 ຜືນ ພ້ອມເງິນສົດ 5 ລ້ານກີບ ຂອງອົງການປົກຄອງເມືອງໃໝ່ ໄປມອບໃຫ້ຄອບຄົວຜູ້ຖືກເຄາະຮ້າຍດັ່ງກ່າວ; ກ່າວມອບໂດຍທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ ແລະ ທ່ານ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່, ກ່າວຮັບແມ່ນຍາດພີ່ນ້ອງຂອງຜູ້ຖືກເຄາະຮ້າຍ ໂດຍຊ່ອງໜ້າຈາກອົງການປົກຄອງແຂວງ, ເມືອງ ແລະ ບ້ານນາກາງ ເຂົ້າຮ່ວມເປັນສັກຂີພະຍານ.

ຫ້ອງການແຮງງານ-ສະຫວັດດີການສັງຄົມເມືອງໃໝ່ ໃຫ້ຮູ້ວ່າ: ເຫດການດິນເຈື່ອນທັບເຮືອນ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ເຊິ່ງຄອບຄົວຜູ້ເຄາະຮ້າຍດັ່ງກ່າວມີ 5 ຄົນ. ໃນນັ້ນມີ ພໍ່-ແມ່ ແລະ ລູກຊາຍຝາແຝດອີກ 2 ຄົນ ເສຍຊີວິດຄາທີ່; ສໍາລັບຜູ້ໄດ້ຮັບບາດເຈັບສາຫັດແມ່ນເປັນລູກຊາຍ ອາຍຸ 8 ປີ; ສ່ວນລົດຈັກ 2 ຄັນ ແລະ ເຄື່ອງໃຊ້ພາຍໃນເຮືອນເສຍຫາຍ 100 %, ເຊິ່ງປະເມີນມູນຄ່າເສຍຫາຍເບື້ອງຕົ້ນແມ່ນ 385 ລ້ານກີບ.

ທ່ານ ທອງເລົາ ວົງອິນຄຳ ຮອງຫົວໜ້າພະແນກແຮງງານສະຫວັດດີການສັງຄົມແຂວງຜົ້ງສາລີ ກ່າວວ່າ: ມາຮອດປັດຈຸບັນອົງການປົກຄອງແຕ່ລະຂັ້ນ ໄດ້ນຳເອົາວັດຖຸປັດໄຈ ແລະ ເງິນໄປຊ່ວຍເຫຼືອແລ້ວ, ພີ່ນ້ອງ ແລະ ປະຊາ ຊົນບັນດາເຜົ່າກໍາລັງໃຫ້ການຊ່ວຍເຫຼືອຄອບຄົວຜູ້ຖືກເຄາະຮ້າຍຢ່າງຫຼວງຫຼາຍ. ນອກນັ້ນ, ສໍຳລັບທ່ານໃດທີ່ມີນຳໃຈຢາກໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນຄັ້ງນີ້ ແມ່ນສາມາດພົວພັນນຳພີ່ນ້ອງຂອງຜູ້ກ່ຽວໂດຍກົງ ຫຼື ພົວພັນນຳອົງການປົກຄອງແຂວງຜົ້ງສາລີ ແລະ ອົງການປົກຄອງເມືອງໃໝ່.