ໃນອາທິດຜ່ານມາ, ແຂວງຄຳມ່ວນ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຖອດຖອນບົດຮຽນວຽກງານຄຸ້ມຄອງຄົນຕ່າງປະເທດ ແລະ ພັດທະນາບັນດາແຂວງຈຸດສຸມເຂດໃຈກາງ, ເປັນປະທານໂດຍ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີ ພົຈວ ປອ ບົວວັນ ວົງສາວັນທອງ ຮອງຫົວໜ້າກົມໃຫຍ່ 502 ກະຊວງປ້ອງກັນຄວາມສະຫງົບ, ພັທ ຄໍາພອນ ສີກຸມພົນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ 4 ແຂວງພາກກາງ, ຄະນະຫ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ຄໍາພອນ ສີກຸມພົນ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປ້ອງ ກັນຄວາມສະຫງົບທາງດ້ານການເມືອງຂອງ ຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ໃນໄລຍະ 5 ເດືອນຕົ້ນປີ 2019 ທີ່ຜ່ານມາ ວ່າ:

ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ສຸມໃສ່ເຮັດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ໃນການກຳແໜ້ນສະພາບການ, ເລ່ລ່ຽມກົນອຸບາຍຂອງກຸ່ມຄົນບໍ່ດີ, ໄດ້ປະສານສົມທົບ, ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ກັບ ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ເຊິ່ງເປັນແຂວງໜຶ່ງທີ່ນອນຢູ່ໃນ 5 ແຂວງຈຸດສຸມເຂດໃຈກາງ ທັງເປັນແຂວງຕິດຈອດກັບ ແຂວງຄຳມ່ວນ.

ມີ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ 4 ແຂວງພາກກາງ, ຄະນະຫ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ເຊິ່ງໄລຍະຜ່ານມາ, ທັງສອງແຂວງແມ່ນໄດ້ພ້ອມກັນຈັດກອງປະຊຸມຮ່ວມກັນ ໂດຍຜັດປ່ຽນກັນເປັນເຈົ້າພາບ, ເພື່ອຄົ້ນຄວ້າ, ຕີລາຄາສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ຊອກຮູ້ກຳແໜ້ນເປົ້າໝາຍ ພ້ອມທັງວາງມາດຕະການຕ້ານ, ສະກັດກັ້ນ ແລະ ທັບມ້າງບັນດາເລ່ລ່ຽມ, ກົນອຸບາຍການຫັນປ່ຽນ ໂດຍສັນຕິຂອງ ບັນດາໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ, ເດັດດ່ຽວ, ເດັດຂາດບໍ່ໃຫ້ກຸ່ມຄົນບໍ່ດີ ເຊື່ອມຈອດເຂົ້າມາເຄື່ອນໄຫວຢູ່ພາຍໃນ ກໍຄື ຢູ່ລຽບຕາມເສັ້ນຊາຍແດນຂອງທັງສອງແຂວງ ແລະ ສາມາດເຮັດໃຫ້ເຂດເຊື່ອມຕໍ່ລະຫວ່າງ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ມີຄວາມສະຫງົບປອດໄພຮອບດ້ານ ໂດຍພື້ນຖານ.

ໃນໄລຍະ 5 ເດືອນຜ່ານມາ, ຢູ່ແຂວງຄຳມ່ວນ ສາມາດກວດຄົນເຂົ້າ-ອອກເມືອງ ໄດ້ທັງໝົດ 343.344  ຄົນ ຍິງ 123.070 ຄົນ, ເດັກ 5.141 ຄົນ, ມີ 74 ສັນຊາດ, ກວດກາພາຫະນະເຂົ້າ-ອອກທັງໝົດ 76.686 ຄັນ, ໄດ້ກວດກາພົບເຫັນຄົນຕ່າງປະເທດ ທີ່ມາເຄື່ອນໄຫວດ້ານຕ່າງໆຢູ່ພາຍໃນແຂວງ ມີທັງໝົດ 2.187 ຄົນ ຍິງ 339 ຄົນ, ມີ 12 ສັນຊາດ, ບໍລິສັດລົງທຶນທັງໝົດ 105 ບໍລິສັດ, ລົງທຶນຮ່ວມພາຍໃນ ແລະ ຕ່າງປະເທດ ມີ 20 ບໍລິສັດ ແລະ ລົງທຶນຂອງຕ່າງປະເທດ ມີ 75 ບໍ ລິສັດ, ທົ່ວແຂວງຄຳມ່ວນ ມີແຫຼ່ງທ່ອງທ່ຽວເປີດບໍລິການແລ້ວ 26 ແຫ່ງ, ກຳລັງດຳເນີນການສຳຫຼວດເພື່ອເປີດໃໝ່ ມີ 181 ແຫ່ງ ແລະ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ 2.757 ຄົນ.

ກອງບັນຊາການ ປກສ ແຂວງຄຳມ່ວນ

ໃນພິທີ, ທ່ານ ໂອໃດ ສຸດາພອນ ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ ສຸມໃສ່ຈັດຕັ້ງປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ທັງເປັນການວາງຍຸດທະສາດໃນການຕອບຕ້ານທຸກກົນອຸບາຍການຫັນປ່ຽນ ໂດຍສັນຕິຂອງພວກອິດທິກຳລັງປໍລະປັກ, ເພີ່ມທະວີເຮັດວຽກງານກຳແໜ້ນສະພາບການເຄື່ອນໄຫວທຳລາຍມ້າງເພລະບອບໃໝ່, ສືບຕໍ່ເຄື່ອນໄຫວປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາ, ຂຶ້ນສະຖິຕິຄຸ້ມຄອງຕໍ່ກັບບັນດາອົງການຊ່ວຍເຫຼືອລ້າຂອງຕ່າງປະເທດ ພ້ອມທັງວາງມາດຕະການ ແລະ ວິທີການແກ້ໄຂໃຫ້ທັນເວລາ.