ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຮິບໂຮມຂຶ້ນບັນຊີອາວຸດປືນເສິກໃນທົ່ວແຂວງອັດຕະປື; ເປັນປະທານໂດຍ ພັທ ໂພໄຊ ສຸລິວົງສາ ຮອງກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ, ມີພາກສ່ວນທີ່ກ່ຽວຂ້ອງຈາກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງດັດສ້າງ ແລະ ຄະນະກອງບັນຊາການ ປກສ 5 ເມືອງ ເຂົ້າຮ່ວມໃນວັນທີ 4 ມິຖຸນາ 2019.

ພັທ ພັນມະນີ ກຸນລະບຸດ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ຂຶ້ນຜ່ານຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮິບໂຮມຂຶ້ນບັນຊີອາວຸດປືນເສິກ ເພື່ອຮັບປະກັນໄດ້ໃນການສະກັດກັ້ນ ແລະ ແກ້ໄຂ ບັນຫາການນຳໃຊ້ອາວຸດປືນເສິກຢ່າງຊະຊາຍໃຫ້ໝົດໄປຈາກສັງຄົມ.

ຈາກນັ້ນ, ພັຕ ບົວໄລ ສີມາລາ ຫົວໜ້າພະແນກຄຸ້ມຄອງອາຊີບພິເສດ ແລະ ພາຫະນະພິເສດ ກໍໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 629/ປກສຂ, ລົງວັນທີ 27 ພຶດ ສະພາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ພະນັກງານລົງກວດກາຮິບໂຮມຂຶ້ນບັນຊີອາວຸດປືນເສິກໃນທົ່ວແຂວງ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄື: ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຮັບ ຜິດຊອບກວດກາບັດປືນທີ່ໄດ້ອອກອະນຸຍາດນຳໃຊ້ຜ່ານມາ ແລະ ບັນຊີປືນຂອງ ປກສ ບ້ານ, ຫ້ອງການກອງບັນຊາການຮັບຜິດຊອບສະຫຼຸບສັງລວມແລ້ວ ລາຍງານໃຫ້ຂັ້ນເທິງ, ຫ້ອງພະລາທິການຮັບຜິດຊອບບັນຊີອາວຸດ ເສິກທີ່ໄດ້ເບີກຈ່າຍໃຫ້ພະນັກງານຜ່ານມາ, ຫ້ອງສັນຕິບານຮັບຜິດຊອບບັນຊີປືນທີ່ໄດ້ເບີກຈ່າຍໃຫ້ປ້ອງກັນພາຍໃນ, ການນຳ ແລະ ນັກທຸລະກິດ.

ໃນຕອນທ້າຍກອງປະຊຸມ, ພັທ ໂພໄຊ ສຸລິວົງສາ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ມີທິດຊີ້ນຳໃນການຈັດຕັ້ງປະ ຕິບັດວຽກງານຮິບໂຮມຂຶ້ນບັນຊີອາວຸດປືນເສິກໃນຄັ້ງນີ້ ໂດຍທ່ານໄດ້ເນັ້ນໜັກໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ຖືເອົາວຽກງານການເມືອງນຳພາແນວຄິດເປັນຫຼັກ, ສຸມໃສ່ພາກສ່ວນທີ່ມີອາວຸດປືນເສິກໄວ້ໃນຄອບຄອງໃຫ້ເຂົາ ເຈົ້າມີສະຕິຕື່ນຕົວ ແລະ ນຳເອົາອາວຸດປືນເສິກດັ່ງກ່າວມາຂຶ້ນບັນຊີໃຫ້ຖືກຕ້ອງຕາມລະບຽບການ ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນບັນຫາການນຳໃຊ້ອາວຸດປືນເສິກ ຢ່າງຊະຊາຍໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.