ຄະດີຄາດຕະກໍາ ທ່ານ Matt Warren ພໍ່ຂອງພະນັກງານສານປະຊາຊົນສູງສຸດ ປະເທດອາເມລິກາ ໃນປີ 1938

ຜ່ານການເກັບກໍາຫຼັກຖານທີ່ໄດ້ ໃນສະຖານທີ່ເກີດເຫດ ຖືວ່າມີໜ້ອຍບໍ່ພຽງພໍໃນການຕິດຕາມຊອກຫາຜູ້ກໍ່ເຫດ, ສຸດທ້າຍ ທ່ານ Robert Powers ຕ້ອງໄດ້ຍອມຮັບກັບສື່ຕ່າງໆວ່າ ພວກເຂົາໝົດຄວາມສາມາດທີ່ຈະສືບຕໍ່ຊອກຫາຜູ້ກໍ່ເຫດໄດ້, ເຊິ່ງຈາກການສັນນິຖານຂອງ ທ່ານ Robert Powers ທ່ານໃຫ້ຮູ້ວ່າ:

ຜູ້ກໍ່ເຫດອາດແມ່ນຄົນໃດໜຶ່ງທີ່ເຊົ່າເຮືອນຂອງຜູ້ກ່ຽວ ເມື່ອຮູ້ວ່າຜູ້ກ່ຽວໄດ້ຮັບເງິນຈາກຜູ້ເຊົ່າເຮືອນຈໍານວນຫຼາຍ ຈຶ່ງເກີດແນວຄິດຢາກປຸ້ນເອົາຊັບຈາກຜູ້ກ່ຽວ.

ຫຼາຍສິບປີຜ່ານມາ, ຜູ້ເຖົ້າຜູ້ແກ່ໃນນະຄອນ Bakersfield ຊື່ Kris Livingston ເວົ້າວ່າ:

ຕົນເອງຍັງຈື່ໄດ້ຕໍ່ກັບສະພາບເຫດການທີ່ເກີດຂຶ້ນ ເຖິງວ່າຕົກມາຮອດຍຸກສະໄໝໃໝ່ ຄົນລຸ້ນໃໝ່ຈະລືມໄປແລ້ວກໍຕາມ; ເອກະສານ ຫຼື ຮູບພາບທີ່ຖືກບັນທຶກໄວ້ ເປັນພາບຂາວ-ດໍານັ້ນ ແມ່ນໄດ້ຖ່າຍຕົວຈິງຈາກສະຖານທີ່ເກີດຄະດີດັ່ງກ່າວທັງໝົດ.

ທ່ານ Livingston ກໍາລັງເຮັດໜ້າທີ່ບັນຊາ ສູນກາງຄົ້ນຄວ້າປະຫວັດສາດ ທີ່ມີຊື່ວ່າ Walter Stern ທີ່ນະຄອນ Bakersfield ເຊິ່ງເປັນສະຖານທີ່ເກັບຮູບພາບ ແລະ ເອກະສານທີ່ສໍາຄັນທາງປະຫວັດສາດ ທີ່ມີຄຸນຄ່າມະຫາສານ ລວມທັງບັນດາຮູບພາບເກົ່າທີ່ຖືກຕັດອອກຈາກເຈ້ຍເອກະສານຂອງ ອົງການປົກຄອງລັດຄາລິຟໍເນຍ ແຕ່ດຶກດໍາບັນ.

ໃນເດືອນມິຖຸນາ 2018 ຜ່ານມາ, ສານປະຊາຊົນສູງສຸດຂອງເຂດ Kern ໄດ້ມອບເອກະສານ ແລະ ຮູບພາບທັງໝົດທີ່ຮັກສາໄວ້ ໃຫ້ສູນດັ່ງກ່າວເກັບຮັກສາຕໍ່, ຍ້ອນການເຄື່ອນຍ້າຍເອກະສານດັ່ງກ່າວ ຈຶ່ງເຮັດໃຫ້ເອກະສານບາງຢ່າງປົນເປກັນ; ດັ່ງນັ້ນ, ທ່ານ Livingston ຈຶ່ງໄດ້ຊີ້ນໍາພະນັກງານ ຄັດຈ້ອນເອກະສານດັ່ງກ່າວຄືນໃໝ່.

ເອກະສານ ຫຼື ຮູບພາບທີ່ຖືກບັນທຶກໄວ້ ເປັນພາບຂາວ-ດໍານັ້ນ ແມ່ນໄດ້ຖ່າຍຕົວຈິງຈາກສະຖານທີ່ເກີດຄະດີດັ່ງກ່າວທັງໝົດ
ເອກະສານ ຫຼື ຮູບພາບທີ່ຖືກບັນທຶກໄວ້ ເປັນພາບຂາວ-ດໍານັ້ນ ແມ່ນໄດ້ຖ່າຍຕົວຈິງຈາກສະຖານທີ່ເກີດຄະດີດັ່ງກ່າວທັງໝົດ

ຂະນະທີ່ຈັດຈ້ອນເອກະສານໃກ້ຈະແລ້ວ, ທ່ານໄດ້ເຫຼືອກຕາໄປເຫັນຮູບພາບ ທີ່ຖ່າຍສົບຂອງ ທ່ານ Matt Warren ເມື່ອ 80 ປີຜ່ານມາ ແລະ ທ່ານຍັງຊອກເຫັນຈົດໝາຍທີ່ ທ່ານ William Reed ໄດ້ສົ່ງຂ່າວຫາ ທ່ານ Earl Warren ລູກຊາຍຂອງຜູ້ເສຍຊີວິດໃນຄະດີ ເຊິ່ງເປັນບຸກຄົນໜຶ່ງທີ່ເຄີຍເປັນ ພະນັກງານຂັ້ນສູງ ສານປະຊາຊົນສູງສຸດ ຜູ້ທີ 14 ຂອງປະເທດອາເມລິກາ.

ເມື່ອໄດ້ຄົ້ນຄວ້າບັນດາເອກະສານ ທີ່ໄດ້ສະຫຼຸບຄະດີໄວ້ ໃນປີ 1944 ເຊິ່ງພົວພັນເຖິງການສືບສວນ-ສອບສວນ ແລະ ສະຫຼຸບຄະດີ, ທ່ານຄົ້ນເຫັນຜົນສະຫຼຸບໃນສໍານວນຄະດີ ເຊິ່ງຈາກນັ້ນທ່ານໄດ້ຍົກໃຫ້ເຫັນວ່າ ຜູ້ລົງມືກໍ່ເຫດ ບໍ່ແມ່ນໂຈນທີ່ມີອາຊີບລັກຊັບ ຫຼື ປຸ້ນຊັບ ຢ່າງແນ່ນອນ.

ຕາມການບັນທຶກຂອງ ຜູ້ຮູ້ສະພາບການທີ່ກ່ຽວຂ້ອງກັບຄະດີຂອງ ທ່ານ Tom Scott ( ເຊິ່ງແມ່ນ ທ່ານ Dupez ) ໄດ້ເລົ່າໃຫ້ພະນັກງານຮັບຜິດຊອບຄະດີດັ່ງກ່າວ ວ່າ:

ຜູ້ລົງມືກໍ່ເຫດ ບໍ່ແມ່ນໂຈນທີ່ມີອາຊີບລັກຊັບ ຫຼື ປຸ້ນຊັບ ຢ່າງແນ່ນອນ
ຜູ້ລົງມືກໍ່ເຫດ ບໍ່ແມ່ນໂຈນທີ່ມີອາຊີບລັກຊັບ ຫຼື ປຸ້ນຊັບ ຢ່າງແນ່ນອນ

ມີພະນັກງານທີ່ເຮັດວຽກກ່ຽວກັບ ການໃຫ້ເຊົ່າ ຫຼື ເຮັດທຸລະກິດຄືກັບ ທ່ານ Matt Warren ຊື່ Watson ພົບກັນທີ່ຮ້ານຕັດຜົມ ເຊິ່ງຜູ້ກ່ຽວໄດ້ຢືນຢັນວ່າ: ບຸກຄົນທີ່ລົງມືຄາດຕະກໍາ ທ່ານ Matt Warren ແມ່ນ ທ້າວ Ed Regan ເພາະວ່າກ່ອນທີ່ຜູ້ກ່ຽວ ( ທ້າວ Ed Regan ) ຈະເສຍຊີວິດ ຜູ້ກ່ຽວໄດ້ຮັບສະລະພາບວ່າ ຕົນເປັນຄາດຕະກອນຂ້າ ທ່ານ Matt Warren ກັບມື.

ເຊິ່ງຕາມຄວາມເປັນຈິງແລ້ວ, ທ້າວ Ed Regan ກໍເປັນຄົນໜຶ່ງທີ່ຮ່ວມເສັ້ນທາງທໍາມາຫາກິນກັບ ຜູ້ເສຍຊີວິດ.