ເຜີຍຄະດີຄາດຕະກຳທີ່ເກີດຂຶ້ນເມື່ອ 80 ປີກ່ອນ ປັດຈຸບັນຈຶ່ງສືບຮູ້ຜູ້ກໍ່ເຫດ ep 4/4

0
878

ທ່ານ Livingston ຍັງໄດ້ຢັ້ງຢືນອີກວ່າ:

ມີໂອກາດເປັນໄປໄດ້ສູງທີ່ ທ້າວ Regan ຈະເປັນໜີ້ຜູ້ເສຍຊີວິດເປັນເງິນຈໍານວນຫຼາຍ ແລະ ບໍ່ສາມາດຈະຫາເງິນມາຈ່າຍຄືນໄດ້. ແຕ່ຢ່າງໃດກໍຕາມ, ໃນສະຖານທີ່ເກີດເຫດ ແມ່ນບໍ່ພົບເຫັນເອກະສານທີ່ກ່ຽວຂ້ອງກັບການກູ້ຢືມ ເພື່ອເປັນຫຼັກຖານອ້າງອີງໃນຂໍ້ສົງໄສດັ່ງກ່າວ.

ກໍລະນີທີ່ເກີດຂຶ້ນ ຖືວ່າເປັນກໍລະນີທີ່ຜິດປົກກະຕິຕໍ່ກັບຜູ້ເປັນລູກ ເພາະວ່າພໍ່ຂອງຕົນເປັນຄົນທີ່ມີຄວາມລະອຽດ ໃນການເຮັດເອກະສານຕ່າງໆທີ່ກ່ຽວຂ້ອງກັບວຽກການເງິນ ຫຼື ເອກະສານອື່ນໆຢູ່ແລ້ວ. ຕາມການສົນທະນາລະຫວ່າງ ທ່ານ Watson ກັບ ທ່ານ Scott ວ່າ ທ່ານໄດ້ຍິນເລື່ອງນີ້ນໍາພະນັກງານເກົ່າແກ່ທ່ານໜຶ່ງ ຊື່ວ່າ ທ່ານ Phillip Dennis ເຊິ່ງທ່ານໄດ້ຮັບເຊີນເຂົ້າຮ່ວມງານຂອງພະນັກງານຍຸຕິທໍາ ມີຊື່ວ່າ Barret ເຊິ່ງເປັນຄົນທີ່ໄດ້ຟັງການຮັບສາລະພາບຂອງ ທ້າວ Regan ໂດຍກົງ.

ຜົນການສອບສວນຂອງ Dupez ໃຫ້ຮູ້ວ່າ:

ທ່ານ Barret ໄດ້ເຂົ້າຢ້ຽມ ທ້າວ Regan ຈໍານວນ 5 ຄັ້ງ ( ອາທິດລະຄັ້ງ ), ກ່ອນໜ້າທີ່ ທ້າວ Regan ຈະເສຍຊີວິດ ຜູ້ກ່ຽວໄດ້ເວົ້າວ່າ: ຢາກເຮັດບຸນເພື່ອລ້າງບາບທີ່ຕົນສ້າງໄວ້ ແຕ່ບໍ່ໄດ້ກ່າວເຖິງ ທ່ານ Matt ຜູ້ທີ່ເສຍຊີວິດໃນຄະດີແຕ່ຢ່າງໃດ.

ຈາກຂໍ້ມູນຂ້າງເທິງ, ທ່ານ Livingston ໄດ້ເວົ້າວ່າ:

ທ່ານ Barret ເປັນຄົນທີ່ປົກປ້ອງ ແລະ ປິດບັງເລື່ອງທີ່ເກີດຂຶ້ນທັງໝົດ ລວມເຖິງຂໍ້ມູນການຮັບສາລະພາບຂອງ ທ້າວ Regan ເນື່ອງຈາກວ່າບໍ່ຢາກໃຫ້ມີຜົນກະທົບເຖິງຍາດພີ່ນ້ອງ ແລະ ຄອບຄົວຂອງຜູ້ກ່ຽວ ແລະ ອີກຢ່າງໜຶ່ງ ທ່ານ Barret ກໍຍັງເປັນພໍ່ຮັກຂອງເຮືອນຫຼັງດັ່ງກ່າວນໍາອີກ.

ແຕ່ເຖິງຢ່າງໃດກໍຕາມ, ທ່ານ Oscar Janssen ພະນັກງານສືບສວນ-ສອບສວນ ກໍຍັງຢືນຢັນອີກວ່າ: ຄົນຮ້າຍທີ່ລົງມືກໍ່ເຫດຄາດຕະກໍານີ້ ບໍ່ແມ່ນໃຜອີກນອກຈາກ ທ້າວ Regan ເພາະຍັງມີຫຼາຍຫຼັກຖານທີ່ສາມາດບົ່ງບອກໄດ້ວ່າ ຜູ້ກ່ຽວເປັນຄາດຕະກອນຕົວຈິງໃນເຫດການ ເຊັ່ນ:

ເມື່ອປີ 1971, ທ່ານ Jassen ໄດ້ຕອບຄໍາຖາມຂອງ ພະນັກງານຄົ້ນຄວ້າປະລິນຍາເອກ ຈາກວິທະຍາໄລສູນລວມ ລັດຄາລິຟໍເນຍ ເຊິ່ງທ່ານໄດ້ຢືນຢັນວ່າ: ໃນພິທີຈັດງານສົບ ທ່ານ Matt ທ້າວ Regan ມີປະກົດການແບບໜ້າສົງໄສ ເຊິ່ງຜູ້ກ່ຽວຮ້ອງໄຫ້ຄືດັ່ງໂຈນສໍານຶກຜິດ; ຈາກສະພາບການໜ້າສົງໄສດ່ັງກ່າວ, ພະນັກງານສືບສວນ-ສອບສວນ ທີ່ແກ່ປະສົບການ ຍັງສັງເກດເຫັນວ່າ ທ້າວ Regan ຍັງຫຼົບໜ້າ ເພາະຢ້ານຂະບວນການເອົາລາຍນິ້ວມື.

ທ່ານ Jassen ເນັ້ນຕື່ມວ່າ: ຕົນເອງບໍ່ເຊື່ອຕາມການສັນນິຖານ ແລະ ສະຫຼຸບຂອງພາກສ່ວນທີ່ກ່ຽວຂ້ອງ ຢ່າງເດັດຂາດ ເຊິ່ງໄດ້ສະຫຼຸບວ່າ:

ເຫດການຄາດຕະກໍານີ້ ເປັນການປຸ້ນຊິງຊັບ ເພາະວ່າສະຖານທີ່ເກີດເຫດ ຄົນຮ້າຍບໍ່ໄດ້ເອົາຊັບສິນທີ່ຕິດຕົວຜູ້ເສຍຊີວິດໄປນໍາ ເຊິ່ງລວມມີເຄື່ອງປະດັບ ແລະ ໂມງລາຄາແພງ ທີ່ຍັງເຫັນຕົກເຮ່ຍຢູ່ຂ້າງຜູ້ເສຍຊີວິດ.

ສຸດທ້າຍ ແມ່ນ ທ້າວ Regan ທີ່ເປັນຜູ້ລົງມືກໍ່ເຫດຄາດຕະກໍາ ທ່ານ Matt Warren ເມື່ອ 80 ປີຜ່ານມາ
ສຸດທ້າຍ ແມ່ນ ທ້າວ Regan ທີ່ເປັນຜູ້ລົງມືກໍ່ເຫດຄາດຕະກໍາ ທ່ານ Matt Warren ເມື່ອ 80 ປີຜ່ານມາ

ຄວາມຈິງແລ້ວ, ວຽກສືບສວນ-ສອບສວນຄະດີດັ່ງກ່າວ ໄດ້ເຮັດໃຫ້ເສື່ອມເສຍຄວາມເຊື່ອໝັ້ນຈາກຫຼາຍພາກສ່ວນ, ການເຮັດວຽກເປັນເວລາຕະຫຼອດ 20 ກວ່າປີ ເພື່ອຊອກຫາເປ້ົາໝາຍກ່ໍເຫດ ແຕ່ບໍ່ສາມາດເຮັດໃຫ້ກະຈ່າງແຈ້ງໄດ້ ແລະ ຍິ່ງໄປກວ່ານັ້ນ, ລູກຊາຍຂອງຜູ້ເສຍຊີວິດ ໃນເຫດການ ຍັງເປັນເຖິງພະນັກງານນໍາພາຂັ້ນສູງສຸດ ຂະແໜງຍຸຕິທໍາຂອງລັດ. ແຕ່ຜ່ານການເຮັດວຽກຂອງອົງການທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດຈັບຕົວເປົ້າໝາຍກໍ່ເຫດ ມາຮັບຜິດຊອບຕໍ່ການກະທໍາຂອງຕົນໄດ້.

ຈົນມາຮອດປັດຈຸບັນ, ຈຶ່ງມີຜົນການສັງລວມຂອງ ທ່ານ Kris Livingston ຢັ້ງຢືນວ່າ: ທ້າວ Regan ແມ່ນຜູ້ລົງມືກໍ່ເຫດຄາດຕະກໍາ ທ່ານ Matt Warren ເມື່ອ 80 ປີຜ່ານມາ ນັ້ນເອງ.