ເຈົ້າໜ້າທີ່ ກອງຄຸ້ມຄອງພາສີ I (ແຂວງຫຼວງນໍ້າ-ແຂວງບໍ່ແກ້ວ) ສາມາດຢຶດລົດລັກລອບນໍາເຂົ້າບໍ່ຖືກຕ້ອງໄດ້ຈໍານວນຫຼາຍຄັນ, ໃນທ້າຍເດືອນພຶດສະພາ 2019 ກອງຄຸ້ມຄອງພາສີ I ໄດ້ປະກາດແຈ້ງການ ສະບັບເລກທີ 0247/ກຄ.ພສ I, ລົງວັນທີ 29 ພຶດສະພາ 2019 ເຖິງບັນດາເຈົ້າຂອງພາ ຫະນະທີ່ຖືກຢຶດໄວ້ຢູ່ກອງຄຸ້ມຄອງພາສີ I ໃຫ້ຮີບຮ້ອນເຂົ້າມາພົວພັນແກ້ໄຂຄະດີພາຫະນະກັບຂະແໜງຕ້ານສະກັດກັ້ນການລັກລອບໜີພາສີ ແລະ ກວດຄືນການແຈ້ງ ກອງຄຸ້ມຄອງພາສີ I ສໍານັກງານຕັ້ງຢູ່ສາມແຍກນາເຕີຍ ເມືອງ ແລະ ຫຼວງນໍ້າທາ, ພາຍໃນກຳ ນົດເວລາ 21 ວັນ ທາງລັດຖະການນັບແຕ່ມື້ໄດ້ປະກາດແຈ້ງການເປັນຕົ້ນໄປ, ຖ້າກາຍກຳນົດເວລາດັ່ງກ່າວພາຫະນະຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍ.

ອີງໃສ່ຈົດໝາຍບັນທຶກຢຶດສິນຄ້າຫຼາຍສະບັບຂອງກອງຄຸ້ມຄອງພາສີ I ເຊິ່ງລາຍລະອຽດດັ່ງນີ້: ທ້າວ ສຸດສາຄອນ ທີ່ຢູ່ແຂວງບໍ່ແກ້ວ ປະເພດລົດຈິບ LANDCRUISER V8, ທ້າວ ອາປິງ ແຂວງຫຼວງນໍ້າທາ ປະເພດລົດເກັງ NISSAN TEANA V6, ທ້າວ ເຈົາ ຕົງຟາງ ທີ່ຢູ່ ສປ ຈີນ ປະເພດລົດເກັງ KIA, K3, ທ້າວ ຫຼີວຊຸນ ສປ ຈີນ ປະເພດລົດຈິບ RANGEROVER, ບໍ່ມີເຈົ້າຂອງ ສປ ຈີນ ປະເພດລົດດ້າມ 10 ລໍ້ HOWO, ບໍ່ມີເຈົ້າຂອງ ສປ ຈີນ ປະເພດລົດດ້າມ 12 ລໍ້ DONGFENE,

ທ້າວ ວຸ້ຍມີ ທີ່ຢູ່ແຂວງຜົ້ງ ສາລີ ປະເພດລົດເກັງ TOYOTA VIOS, ທ້າວ ກໍ ສປ ຈີນ ປະເພດລົດເກັງ TOYOTA VIOS ແລະ HAMA3, ທ້າວ ວິໄຊ ພົມມະໃຈ ແຂວງບໍ່ແກ້ວ ປະເພດລົດເກັງ AUDI A5, ທ້າວ ແສງ ໄຊຍະສອນ ແຂວງຫຼວງນໍ້າທາ ປະເພດລົດຈິບ PORSCHE V8, ທ້າວ ລູເຊັງຟູ ສປ ຈີນ ປະເພດລົດຈິບ JEEP HAMMER H3, ທ້າວ ຢານເວັນຈຽນ ສປ ຈີນ ປະເພດລົດຕູ້ DATHONG, ທ້າວ ຢາງຮົວເວີນ ສປ ຈີນ ປະເພດລົດຈິບ LAND CRUISER V6, ທ້າວ ຊິງຊຽງມິງ ສປ ຈີນ ປະເພດລົດຈິບ LANDROVER, ທ້າວ ເຊີນຈິຟາ ສປ ຈີນ ປະເພດລົດ ຈິບ LEXUS 570s ແລະ ທ້າວ ວັດທະນາ ແຂວງຫຼວງນໍ້າທາ ປະເພດລົດໂລ.

ສະນັ້ນ, ເຈົ້າຂອງພາຫະນະທີ່ຖືກເຈົ້າໜ້າທີ່ພາສີຢຶດໄວ້ຢູ່ກອງຄຸ້ມຄອງ ພາສີ I ໃຫ້ຮີບຮ້ອນເຂົ້າມາພົວພັນແກ້ ໄຂຄະດີພາຍໃນກຳນົດເວລາ 21 ວັນ ຂອງທາງລັດຖະການ, ຖ້າຫາກກາຍກຳນົດເວລາດັ່ງກ່າວພາຫະນະທີ່ແຈ້ງໄປ ຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.