ໃນອາທິດຜ່ານມາ, ພັທ ພູນເພັດ ເຫຼົ່າອິນ ຮອງປະທານກວດກາ ຄະນະພັກ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຮອງຫົວໜ້າຫ້ອງການເມືອງ ໄດ້ສົມທົບກັບ ການນຳຂັ້ນເມືອງວຽງພູຄາ ເພື່ອກວດກາຕີລາຄາຄືນການຄຸ້ມຄອງນຳພາບັນຊາຢູ່ແຕ່ລະຂັ້ນ ແນໃສ່ຮັບປະກັນ ໃຫ້ແກ່ການຄຸ້ມຄອງນຳພາບັນຊາຢູ່ແຕ່ລະຫ້ອງ, ກອງ, ຄ້າຍ, ປກສ ເມືອງ, ປກສ ເຂດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃຫ້ມີຄວາມຮັບປະກັນດ້ານຄຸນນະພາບຂອງການນຳພາ.

ພ້ອມນັ້ນ, ກໍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ຈາກ ພັທ ພິມວິໄລ ວິເນີນຄຳ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ໂດຍສະເພາະແມ່ນດ້ານໂຄງຮ່າງການຈັດຕັ້ງ ແລະ ການແບ່ງຄວາມຮັບຜິດຊອບຂົງເຂດການນຳພາຂອງຄະນະ.

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ
ກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ໂອກາດດັ່ງກ່າວ, ພັທ ພູນເພັດ ເຫຼົ່າອິນ ຮອງປະທານກວດກາອົງຄະນະພັກ ກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານກວດກາ ແລະ ຈຸດປະສົງຂອງການລົງກວດກາ ໃນຄັ້ງນີ້ແມ່ນແນ່ໃສ່ປັບປຸງບັນດາທັດສະນະຄວາມຮັບຮູ້ເຂົ້າໃຈ ແລະ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ຊອກໃຫ້ເຫັນດ້ານດີ ເພື່ອຊຸກຍູ້ສົ່ງເສີມ, ຈຳກັດຕີຖອຍດ້ານຫຍໍ້ທໍ້, ແນໃສ່ປ້ອງກັນກຳລັງ ປກສ ໃຫ້ມີຄວາມທ່ຽງທຳ.