ວັນທີ 5 ມິຖຸນາ 2019, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ ຜູ້ທີ່ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານການເລື່ອນຊັ້ນ, ເຂົ້າຮ່ວມໂດຍ ພັອ ຄຳເພັງ ເຈັ່ນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີ ຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງຈາກ 7 ຫ້ອງ 1 ກອງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ບົວເງິນ ສີທິວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 915/ປກສ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ ໃນນີ້ໄດ້ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 5 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ ຍິງ 3 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 2 ສະຫາຍ ໃຫ້ກຽດປະດັບຊັ້ນໂດຍ ພັອ ຄຳເພັງ ເຈັ່ນຄໍາເຫຼັກ.

ໂອກາດດຽວກັນ, ພັອ ຄຳເພັງ ເຈັ່ນຄຳເຫຼັກ ຍັງໄດ້ເຜີຍແຜ່ຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ບັນດານາຍ ແລະ ພົນຕໍາຫຼວດ ທົ່ວ ປກສ ແຂວງຜົ້ງສາລີ ໄດ້ຮັບຮູ້ ແລະ ເຂົ້າໃຈແລ້ວ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ໃນນັ້ນ ລວມມີ 6 ໝວດ ແລະ 21 ມາດຕາ, ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍ ແລະ ພົນຕໍາຫຼວດ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແນໃສ່ຫຼຸດຜ່ອນຫາງສຽງວິພາກ-ວິຈານຂອງສັງຄົມ ແລະ ເຮັດໃຫ້ກຳລັງ ປກສ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີຈັນຍາບັນ, ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດ ແລະ ສົມເປັນກຳລັງປະກອບອາວຸດປະຕິວັດ ທີ່ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.