ວິທີມອບ-ຮັບ ໂຄງການກໍ່ສ້າງ ເພື່ອຍົກຍ້າຍປະຊາຊົນບ້ານຫ້ວຍເພາະ

0
1415

ພິທີມອບ-ຮັບໂຄງການກໍ່ສ້າງ ເພື່ອຍົກຍ້າຍປະຊາຊົນບ້ານຫ້ວຍເພາະ ເມືອງ ແລະ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ມີການນໍາຂອງແຂວງ, ເມືອງໄຊຍະບູລີ ຕະຫຼອດຮອດປະຊາຊົນບ້ານຫ້ວຍເພາະ ເຂົ້າຮ່ວມ.

ທ່ານ ຄໍາສິງ ສໍລະສຸກ ເຈົ້າເມືອງໆໄຊຍະບູລີ ຕາງໜ້າປະຊາຊົນ ກ່າວວ່າ:

ມີການນໍາຂອງແຂວງ, ເມືອງໄຊຍະບູລີ ຕະຫຼອດຮອດປະຊາຊົນບ້ານຫ້ວຍເພາະ ເຂົ້າຮ່ວມ
ມີການນໍາຂອງແຂວງ, ເມືອງໄຊຍະບູລີ ຕະຫຼອດຮອດປະຊາຊົນບ້ານຫ້ວຍເພາະ ເຂົ້າຮ່ວມ

ບ້ານຫ້ວຍເພາະ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ຫ່າງຈາກ ເທດສະບານເມືອງ 25 ກິໂລແມັດ, ມີຄອບຄົວທັງໝົດ 132 ຄອບຄົວ, ພົນລະເມືອງ 700 ກວ່າຄົນ ຍິງ 300 ກວ່າຄົນ, ອາຊີບສ່ວນຫຼາຍແມ່ນປູກຝັງ-ລ້ຽງສັດ, ຜ່ານມາ ບ້ານດັ່ງກ່າວແມ່ນມີຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງຕໍ່ໄພທໍາມະຊາດ ເປັນຕົ້ນແມ່ນ ໄພນໍ້າຖ້ວມ, ດິນເຊາະເຈື່ອນ ແລະອື່ນໆ, ເຊິ່ງໄພດັ່ງກ່າວໄດ້ສົ່ງຜົນເສຍຫາຍໃຫ້ປະຊາຊົນພາຍໃນບ້ານຈໍານວນໜຶ່ງ, ຕໍ່ກັບສະພາບການດັ່ງກ່າວ ການນໍາພັກ-ລັດ ກໍຄືການນໍາຂອງແຂວງ ແລະ ເມືອງ ໄດ້ເອົາໃຈໃສ່ແກ້ໄຂ ໂດຍສົ່ງພະນັກງານວິຊາການ ລົງສໍາຫຼວດເກັບກໍາຂໍ້ມູນ ພ້ອມທັງຂຽນແຜນໂຄງການສະເໜີຕໍ່ກະຊວງກະສິກໍາ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ.

ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຖືກຈັດຕັ້ງປະຕິບັດແຕ່ປີ 2018 ຮອດປັດຈຸບັນ ແມ່ນສໍາເລັດ 100%, ໃນມູນຄ່າ 4.937,49 ຕື້ກີບ, ໂດຍແມ່ນທຶນຂອງ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ໃນນີ້ປະກອບມີ 5 ໂຄງການ ຄື:

  • ໂຄງການຍົກລະດັບທາງ, ຜັງບ້ານ, ສ້າງເຮືອນຈັດສັນ ຈໍານວນ 29 ຫຼັງ ມູນຄ່າ 3.913,89 ຕື້ກີບ.
  • ໂຄງການເສີມຕາຄ່າຍໄຟຟ້າ 0,4 ກິໂລໂວນ ມູນຄ່າ 184,36 ລ້ານກີບ.
  • ໂຄງການກໍ່ສ້າງນໍ້າລິນ ມູນຄ່າ 370 ລ້ານກີບ.
  • ໂຄງການກໍ່ສ້າງໂຮງຮຽນ ມູນຄ່າ 600 ລ້ານກີບ.
  • ໂຄງການສົ່ງ ເສີມການລ້ຽງສັດ ແລະ ປູກພືດ ມູນຄ່າ 923 ລ້ານກີບ.

ລວມມູນຄ່າທັງໝົດແລ້ວ ມີ 4.937,49 ຕື້ກີບ ໂດຍມີ 4 ບໍລິສັດຮັບເໝົາ ຄື: ບໍລິສັດ ວາດສະໜາ ກໍ່ສ້າງຂົວ-ທາງ ຮັບເໝົາໂຄງການຍົກລະດັບທາງ, ຜັງບ້ານ ແລະ ສ້າງເຮືອນຈັດສັນ ຈໍານວນ 29 ຫຼັງ; ບໍລິສັດ ທອງສະຫວ່າງການໄຟຟ້າຈໍາກັດ ຮັບເໝົາໂຄງການເສີມຕາຂ່າຍໄຟຟ້າ 0,4 ກິໂລໂວນ ແລະ ບໍລິສັດ ສົມລິດກໍ່ສ້າງ ຮັບເໝົາໂຄງການກໍ່ສ້າງໂຮງຮຽນ 1 ຫຼັງ ແລະ ບໍລິສັດ ໄຊຍະບູລີກໍ່ສ້າງ ຮັບເໝົາໂຄງການລ້ຽງສັດ ແລະ ປູກພືດ.

ຫຼັງຈາກນັ້ນ, ທາງຄະນະພັກແຂວງ ກໍຄື ເມືອງໄຊຍະບູລີ ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ ທີ່ໄດ້ຮັບຜິດຊອບຮັບເໝົາ ໂຄງການຍົກລະດັບທາງ, ຜັງບ້ານ, ສ້າງເຮືອນຈັດສັນ 29 ຫຼັງ ໃຫ້ປະຊາຊົນຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ ໃນຄັ້ງນີ້ດ້ວຍ.