ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ປກສ ກຸ່ມ 4 ໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງສະຫາຍ ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກ ປກສ ກຸ່ມ 4 ໂພນຕ້ອງ ໄດ້ນໍາພາສະມາຊິກພັກ ແລະ ພະນັກງານ ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆພາຍໃນຂອບເຂດກຸ່ມບ້ານໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ພັທ ວິໄຊ ໄຊຍະເບດ ຫົວໜ້າ ປກສ ກຸ່ມ 4 ໂພນຕ້ອງ ກ່າວວ່າ: ໃນໄລຍະ 2014-2018 ຄະນະໜ່ວຍພັກ ປກສ ກຸ່ມ 4 ໂພນຕ້ອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພາຍໃນໜ່ວຍປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບ ແລະ ໄດ້ນໍາພາ ປກສ ບ້ານ ແຕ່ລະບ້ານພາຍໃນກຸ່ມ ປະຕິບັດຕາມ 15 ກິດຈະກໍາຂອງ ປກສ ບ້ານ ເປັນຕົ້ນແມ່ນວຽກງານແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ, ວຽກງານກວດກາ ແລະ ຄຸ້ມຄອງສໍາມະໂນຄົວ, ຄົນຫຼຸດ, ຄົນເພີ່ມ, ກວດກາຄົນພັກເຊົາຊົ່ວຄາວ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີລີ້ຊ່ອນກໍ່ຄວາມບໍ່ສະຫງົບພາຍໃນກຸ່ມ ສະແດງອອກຄື: ໄດ້ເຄື່ອນໄຫວກວດກາລາດຕະເວນພາຍໃນ 7 ບ້ານ ທີ່ຂຶ້ນກັບ ປກສ ກຸ່ມ 4 ໃຫ້ມີຄວາມສະ ຫງົບປອດໄພດີ. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ປ່ອນຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ມີຜູ້ລົງສະໝັກ 3 ສະຫາຍ, ເລືອກເອົາ 2 ສະຫາຍ, ຜ່ານການປ່ອນບັດເລືອກໄດ້ ພັທ ວິໄຊ ໄຊຍະເບດ ເປັນເລຂາ, ພັຕ ທິບພະຈັນ ບົວສອນໄຊ ເປັນຮອງ ທັງເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາງແຜນການໃນຕໍ່ໜ້າ.

ຄະນະໜ່ວຍພັກຊຸດໃໝ່ຈະເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ສະກັດກັ້ນ ແລະ ແກ້ ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເຮັດໃຫ້ສາມະຊິກພັກ-ພະນັກງານໃນໜ່ວຍພັກຮັບຮູ້, ເຂົ້າໃຈຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ, ຕື່ນຕົວຄົ້ນຄວ້າຮໍ່າຮຽນ ແລະ ມີຫົວຄິດປະດິດສ້າງ ຝຶກຝົນຫຼໍ່ ຫຼອມຕົນເອງໃຫ້ກາຍເປັນພະນັກງານດີເດັ່ນ, ສາມາດກາຍເປັນພະນັກງານສືບທອດປ່ຽນແທນໃນອະນາຄົດ, ນໍາພາເຄື່ອນໄຫວເຮັດວຽກ ວິຊາສະເພາະຖືກຕ້ອງຕາມພາລະບົດບາດ-ສິດໜ້າທີ່ ເປັນຕົ້ນແມ່ນວຽກງານແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບ, ເພື່ອຮັກສາໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.