ໃນວັນທີ 10 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ກາໂອນ ລາຍງານວ່າ: ສະພາບອາກາດຈາກຄື້ນຄວາມຮ້ອນ ອຸນຫະພູມ 45 ອົງສາເຊ ເຮັດໃຫ້ລີງຫຼາຍກວ່າ 200 ໂຕ ຕ້ອງຂາດນໍ້າຕາຍ ຢູ່ທີ່ລັດມັດທະຍະປະເທດ ພາກກາງຂອງອິນເດຍ.

ເຈົ້າໜ້າທີ່ປ່າໄມ້ ເຊື່ອວ່າ:

ຝູງລີງໃນປ່າຕ່າງຕໍ່ສູ້ກັນເອງ ເພື່ອຍາດແຍ່ງຊີງ ແລະ ກີດກັນແຫຼ່ງນໍ້າໃນປ່າທີ່ກຳລັງແຫ້ງລົງ ຖືວ່າເປັນປະກົດການຫາຍາກ ແລະ ແປກຫຼາຍ ເນື່ອງຈາກປົກກະຕິແລ້ວ ລີງຈະບໍ່ມີຄວາມຂັດແຍ່ງໃນລັກສະນະດັ່ງກ່າວ.

ສອດຄ້ອງກັບຄຳເວົ້າຂອງປະຊາຊົນ ທີ່ເຫັນຝູງລີງໃຫຍ່ກວ່າ ໄລ່ຝູງລີງໜ້ອຍກວ່າ ທີ່ພະຍາຍາມຕັກນໍ້າດື່ມໃກ້ທາງນໍ້າ ດ້ວຍເຫດນີ້ ຝູງລີງໜ້ອຍກວ່າ ຈຶ່ງຕ້ອງຢູ່ພາຍໃນຖໍ້າ ຂະນະທີ່ອາກາດກໍມີອຸນຫະພູມສູງຂຶ້ນ. ແນວໃດກໍຕາມ, ຜົນການພິສູດຊາກລີງ ພົບວ່າ ລີງບາງໂຕຕາຍເພາະອະໄວຍະວະຫຼົ້ມເຫຼວ ຈາກພະຍາດແພ້ແດດ ຫຼື ຮີສໂຕຣກ.

ພາບປະກອບ

ທັ້ງນີ້, ອາກາດທີ່ຮ້ອນຈັດຢ່າງຮຸນແຮງ ຍັງຂ້າຊີວິດຄົນອິນເດຍ ທົ່ວປະເທດແລ້ວຢ່າງໜ້ອຍ 17 ຄົນ ພ້ອມທັງເຮັດໃຫ້ຊາວກະສິກຳ ຈຳກັດການເຂົ້າເຖິງແຫຼ່ງນໍ້າສຳຄັນ ເພື່ອຫົດນໍ້າພືດ ແລະ ລ້ຽງສັດ ນຳອີກ.