ທຸກປີ, ພໍເຖິງລະດູຝົນຫຼາຍພື້ນທີ່ໃນນະຄອນຫຼວງວຽງຈັນ ເກີດມີບັນຫານໍ້າຖ້ວມຂັງຕາມເສັ້ນທາງ, ນໍ້າໄຫຼເຂົ້າຖ້ວມບ່ອນພື້ນທີ່ຕໍ່າ ເນື່ອງຈາກວ່າໃນເວລາຝົນຕົກແຮງ ຈະເຮັດໃຫ້ປະລິ ມານນໍ້າ ແລະ ແຕ່ການລະບາຍນໍ້າລົງທໍ່, ລົງຮ່ອງບໍ່ທັນຍ້ອນສ່ວນໜຶ່ງເກີດຈາກລະບົບທໍ່ບໍ່ສາມາດຮອງຮັບນໍ້າປະລິມານຫຼາຍໄດ້. ນອກນີ້, ຍັງມີຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອ ແລະ ສິ່ງອຸດຕັນເຮັດ ໃຫ້ການໄຫຼຂອງນໍ້າບໍ່ສະດວກເກີດມີນໍ້າຖ້ວມຂັງ. ສະນັ້ນ, ໃນປີນີ້ພາກສ່ວນທີ່ກ່ຽວຂ້ອງຄວນຮັບມືແຕ່ຫົວທີ ໂດຍສະເພາະສຸມໃສ່ລວງຮ່ອງ ຫຼື ທໍ່ລະ ບາຍນໍ້າໃນເຂດຈຸດສ່ຽງທີ່ຈະເກີດມີສະ ພາບນໍ້າຖ້ວມຂັງໃນເວລາຝົນຕົກພ້ອມ ກັນນີ້ ພາກສ່ວນທີ່ກ່ຽວຂ້ອງນັບແຕ່ການຈັດຕັ້ງບ້ານຕ້ອງເພີ່ມທະວີປຸກລະດົມພໍ່-ແມ່ປະຊາຊົນອອກແຮງງານອະນາໄມຮ່ອງລະບາຍນໍ້າຕາມເຂດບ້ານຂອງຕົນບໍ່ໃຫ້ມີສິ່ງກີດຂວາງເວລານໍ້າ ໄຫຼ ເພື່ອປ້ອງກັນບໍ່ໃຫ້ເກີດນໍ້າຖ້ວມ ຂັງຕາມເສັ້ນທາງ.

ໃນປີນີ້, ຈະມີປະລິມານຝົນຫຼາຍຄືກັບທຸກປີມີຝົນຕົກຕິດຕໍ່ກັນຫຼາຍວັນ ອາດຈະມີນໍ້າຖ້ວມເກີດຂຶ້ນໃນຫຼາຍພື້ນທີ່, ສະນັ້ນ, ຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະປີລະດູຝົນຈະພົບກັບບັນຫານໍ້າຖ້ວມຂັງສ້າງຄວາມຫຍຸ້ງຍາກໃຫ້ ແກ່ການດໍາລົງຊີວິດຂອງປະຊາຊົນພໍສົມຄວນ ເພືື່ອຮັບມືກັບເຫດການທີ່ຈະເກີດຂຶ້ນໃນລ່ວງໜ້າ, ພາກສ່ວນທີ່ກ່ຽວຂ້ອງ ກໍຄວນມີແຜນຮັບມືໄວ້ລ່ວງ ໜ້າແຕ່ຫົວທີໂດຍສະເພາະລະບົບລະບາຍນໍ້າ, ໃຫ້ດີຂຶ້ນກວ່າເກົ່າ, ຄຽງຄູ່ກັນນີ້ລ່ວງຄອງບໍ່ໃຫ້ຮ່ອງຕື້ນເຂີນ, ຖາງຫຍ້າ, ເກັບເສດຂີ້ເຫຍື້ອ ແລະ ຖົງຢາງຕ່າງໆທີ່ອາດຈະໄປອຸດຕັນຮ່ອງລະບາຍນໍ້າ ທີ່ເປັນສາເຫດເຮັດໃຫ້ການໄຫຼຂອງນໍ້າຊັກຊ້າ ແລະ ເກີດນໍ້າຖ້ວມຂັງຕາມມານອກນັ້ນ ຄວນເອົາໃຈໃສ່ຮ່ອງລະບາຍ ນໍ້າທີ່ເປັນສາເຫດເປັນຕົ້ນຮ່ອງແຊງ, ຮ່ອງຊໍາເຄ້ ແລະອື່ນໆ, ເພາະປັດຈຸ ບັນນີ້ ຍັງພົບເຫັນຜັກຕົກເກີດຂຶ້ນເຕັມ ຮ່ອງ ນີ້ກໍອາດເປັນການກີດຂວາງການໄຫຼຂອງນໍ້າໃນເວລາຝົນຕົກລົງແຮງ, ພາຍຫຼັງນໍ້າລະບາຍບໍ່ທັນກໍເຮັດໃຫນໍ້າ ຍື່ງຖ້ວມໄປໃນບໍລິເວນກວ້າງ. ສະນັ້ນ; ກໍຄວນອະນາໄມຂີ້ເຫຍື້ອ, ຈົກຄອງໃຫ້ເລິກກວ່າເກົ່າ ເພື່ອຮອງຮັບປະ ລິມານນໍ້າທີ່ມີຈໍານວນຫຼວງຫຼາຍໃຫສະ ດວກ ເພື່ອປ້ອງກັນບໍ່ໃຫ້ເກີດນໍ້າຖ້ວມ.

ເຊິ່ງບັນຫານີ້ກໍມີເຫດການເກີດຂຶ້ນແລ້ວເປັນຕົ້ນ 4 ແຍກໄຟແດງທາດຫຼວງ, ເສັ້ນທາງຕັດໃໝ່ໂພນສີນວນ, ປະຕູໄຊ ເກີດມີນໍ້ຖ້ວມຂັງທັນທີຕ້ອງໃຊ້ເວລາຫຼາຍຊົ່ວໂມງນໍ້າຈຶ່ງສາມາດ ລະບາຍນໍ້າໄວ້ໄດ້, ຫຼາຍຄົນໃຫ້ທັດຊະ ນະວ່າ: ຝົນຕົກພຽງຄືນດຽວ ເກີດມີນໍ້າ ຖ້ວມຂັງ ຖ້າໃນກໍລະນີມີລົມມໍລະສຸມ ຝົນຕົກແຮງຕິດຕໍ່ກັນຫຼາຍວັນອາດຈະ ຮ້າຍແຮງກວ່ານີ້, ຖ້າບໍ່ມີການແກ້ໄຂ ແລະ ປັບປຸງລະບົບລະບາຍໃຫ້ດີຖ້າມີ ຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ເກີດນໍ້າຖ້ວມຂັງໄດ້.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ໃຫ້ຮູ້ວ່າ: ໃນລະຫວ່າງເດືອນພຶດສະພາ 2019 ທີ່ຜ່ານມາ ເກີດມີຝົນຕົກແຮງພຽງ 1 ຄືນເທົ່ານັ້ນ ສັງເຫດເຫັນວ່າຢູ່ 4 ແຍກໄຟແດງທາດຫຼວງ, ວົງວຽນ 450 ປີ, ຖະໜົນຕັດໃໝ່ໂພນສີນວນ ເກີດມີນໍ້າຖ້ວມຂັງກະທັນຫັນ ເນື່ອງຈາກວ່າມີມວນນໍ້າມະຫາສານລະບົບທໍ່ບໍ່ສາມາດລະບາຍນໍ້າໄດ້ທັນ, ຄຽງຄູ່ກັນນີ້ ຍັງມີໃບໄມ້ທີ່ຕົກຫຼົ່ນ, ເສດຖົງຢາງ ແລະອື່ນໆ ມາອຸດຕັນຮູທໍ່ລະບາຍນໍ້າ ເຮັດໃຫ້ການໄຫຼຂອງນໍ້າຊ້າ ເກີດນໍ້າຖ້ວມກະທັນຫັນ, ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ຜູ້ທີ່ທຽວທາງລົດເປ່ເພກາງທາງ, ເຮັດໃຫ້ລົດຕິດຂັນ. ໃນການແກ້ໄຂບັນຫາດັ່ງກ່າວຫ້ອງການ ຄບຕ ໄດ້ແຕ່ງໜ່ວຍແກ້ໄຂສຸກເສີນ ໂດຍສົ່ງພະນັກງານປັດກວດ, ເອົາຂີ້ເຫຍື້ອຕ່າງໆ ທີ່ອຸດຕັນທໍ່ລະບາຍນໍ້າເຮັດໃຫ້ການໄຫຼຂອງນໍ້າສະດວກຂຶ້ນ ແລະ ໃຊ້ເວລາບໍ່ດົນສະຖານທີ່ຖ້ວມຂັງກໍບົກ ແຫ້ງທັງມີການແບ່ງຄວາມຮັບຜິດຊອບກັບພະແນກໂຍທາທິການ ແລະ ຂົນສົ່ງ, ຖ້າຫາກວ່າບັນຫານໍ້າຖ້ວມຂັງມາຈາກລະບົບລະບາຍນໍ້າແມ່ນເປັນໜ້າທີ່ຂອງ ຍທຂ ເປັນຜູ້ປັບປຸງ ແລະ ແກ້ໄຂ, ຖ້າເກີດການທໍ່ລະບາຍນໍ້າມີການ ຕື້ນເຂີນແມ່ນຄວາມຮັບຜິດຊອບຂອງ ຄບຕ, ການປະຕິບັດໜ້າທີ່ຍັງລະດົມອໍານາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນໃຫ້ມີການປະກອບສ່ວນ ອະນາໄມຮ່ອງນໍ້າ, ລວງຄອງ, ຮ່ອງນໍ້າ, ທໍ່ລະບາຍນໍ້າ, ທໍ່ລອດທາງຈຸດທີ່ມີຄວາມ ສ່ຽງນໍ້າຖ້ວມ ໂດຍໄດ້ຮັບການຮ່ວມມືຈາກພໍ່-ແມ່ປະຊາຊົນເປັນຢ່າງດີ, ສາມາດແກ້ໄຂການໄຫຼຂອງນໍ້າໄດ້ດີເທົ່າທີ່ຄວນ.

ນອນນັ້ນ, ນ້ຳຖ້ວມບາງສ່ວນກໍສືບເນື່ອງມາຈາກບັນດາຮ້າງຮ້ານ, ບໍລິສັດ ແລະ ເຮືອນຂອງປະຊາຊົນທີ່ລຽບຂອງຮ່ອງນໍ້າ, ເສັ້ນທາງໃນການຖົມດິນ, ປຸກສ້າງສິ່ງອື່ນໆ ກໍຍັງພົບເຫັນທີ່ກວມເອົາ ເຂດສະຫງວນນີ້ກໍເປັນອີກສາເຫດໜຶ່ງ ທີ່ເຮັດໃຫ້ຮ່ອງມີການຕື້ນເຂີນ, ກີດ ຂວາງການໄຫຼຂອງນໍ້າໃນກໍລະນີນີ້ພາກສ່ວນກ່ຽວຂ້ອງຄວນກວດກາຄືນ ແລະ ມີມາດຕະການທາງດ້ານກົດໝາຍຢ່າງເດັດຂາດຕໍ່ກັບຜູ້ທີ່ລະເມີດຂໍ້ຫ້າມທີ່ວາງອອກ.

ຢ່າງໃດກໍຕາມ, ການສະກັດກັ້ນ ແລະ ຕ້ານນໍ້າຖ້ວມຂັງທີ່ອາດຈະເກີດ ຂຶ້ນໃນລະດູຝົນທີ່ຈະມາເຖິງນີ້ ຖ້າ ເອື່ອຍອີງອາໄສແຕ່ພາກລັດຝ່າຍດຽວ ກໍບໍ່ສາມາດເຮັດຫຼ້ອນໜ້າທີ່ໄດ້. ສະນັ້ນ, ຈຶ່ງເປັນໜ້າທີ່ຂອງທຸກຊັ້ນຄົນໃນສັງຄົມແຕ່ລະບ້ານ ຫຼື ເຮືອນຕ້ອງປະກອບສ່ວນເຮັດໜ້າທີ່ອະນາໄມ, ຖາງຫຍ້າ, ເກັບເສດຂີ້ເຫຍື້ອຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ, ຖ້າພ້ອມໃຈກັນປະຕິບັດເຊື່ອແນ່ວ່າລະດູຝົນນີ້ຈະບໍ່ເຫັນນໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ.