ພົຕ ວັນທອງ ກອງມະນີ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຊີ້ນໍາໃຫ້ຄະ ນະພັກວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ຍົກສູງບົດບາດການນໍາພາຂອງພັກໃຫ້ສົມກັບທີ່ເປັນແກນນໍາທາງດ້ານການເມືອງທີ່ເຂັ້ມແຂງຢ່າງແທ້ຈິງ. ການຊີ້ນໍາຄັ້ງນີ້, ໃນໂອກາດທີ່ທ່ານເຂົ້າຮ່ວມມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ຂອງວິທະຍາຄານຕໍາຫຼວດປະຊາຊົນ ທີ່ຈັດຂຶ້ນໃນ ວັນທີ 11 ມິຖຸນາ 2019.

ພົຕ ວັນທອງ ກອງມະນີ ກ່າວວ່າ: ຄະນະພັກແຕ່ລະຂັ້ນພາຍໃນ ວຕປ ຕ້ອງເປັນຫຼັກໃນການຊີ້ນໍາ-ນໍາພາທຸກຂົງເຂດວຽກງານໃຫ້ໄປຕາມແບບແຜນ, ໄປຕາມລະບຽບກົດໝາຍຢ່າງຖືກຕ້ອງ, ສະແດງຄວາມຮູ້-ຄວາມສາ ມາດ, ວິໄສທັດບົດບາດການນໍາພາ-ບັນຊາໃຫ້ເຫັນຢ່າງຈະແຈ້ງ, ຊັດເຈນ ແລະ ເປັນຮູບປະທໍາ, ຕ້ອງພ້ອມກັນປັບປຸງກໍ່ສ້າງໜ່ວຍພັກ, ສະມາຊິກພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ-ບັນຊາການດໍາເນີນຊີວິດການເມືອງຕິດພັນກັບການປັບປຸງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຮັບປະກັນໃຫ້ພັກດໍາລົງບົດບາດເປັນແກນນໍາທີ່ເຂັ້ມແຂງ, ເດັດຂາດ, ເດັດດ່ຽວຢ່າງແທ້ຈິງ.

ຄຽງຄູ່ກັນນັ້ນ, ຕ້ອງຖືເອົາວຽກງານການເມືອງ-ນໍາພາແນວຄິດເປັນກົກ, ຮູ້ໝູນໃຊ້ຮູບການ, ວິທີການ ເພື່ອສຶກ ສາອົບຮົມແນວຄິດຂອງສະມາຊິກພັກ ແລະ ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ຮູ້ປຸກລະດົມ, ຊຸກຍູ້ຂະ ບວນການມະຫາຊົນເຂົ້າຮ່ວມວຽກງານກໍ່ສ້າງປັບປຸງຮາກຖານພັກ, ສະມາຊິກພັກ ແລະ ກົມກອງວິຊາສະເພາະ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມຄວາມຮັບຜິດຊອບຕໍ່ພັກ, ສູ້ຊົນເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2018 ໃຫ້ບັນດາໜ່ວຍພັກອ້ອມຂ້າງ ວຕປ ມີຈໍານວນ 24 ໜ່ວຍພັກ. ໃນນັ້ນ, ມີໜ່ວຍທີ່ໄດ້ຮັບນາມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ປີຊ້ອນຈໍານວນ 7 ໜ່ວຍພັກ, 3 ປີຊ້ອນມີ 3 ໜ່ວຍພັກ ແລະ 2 ປີຊ້ອນມີ 2 ໜ່ວຍພັກ.