ພິທີເປີດຊຸດບຳລຸງວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບ 3 ເດືອນ ຮຸ່ນທີ 13 ສົກຮຽນ 2019 ຂອງໂຮງຮຽນ ປກສ ຊັ້ນກາງເລກ II ແຂວງສະຫວັນນະເຂດ ໄດ້ເປີດຂຶ້ນໃນວັນທີ 7 ມິຖຸນາ 2019 ໂດຍການເຂົ້າຮ່ວມ ຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະອຳນວຍ ການໂຮງຮຽນ ປກສ ຊັ້ນກາງເລກ II, ມີກົມກໍ່ສ້າງກໍາ ລັງ, ຄະນະຫ້ອງອ້ອມຂ້າງ ປກສ ແຂວງ ແລະ ນັກຮຽນ ປກສ ຊັ້ນກາງເລກ II ເຂົ້າ ຮ່ວມ.

ພັທ ບຸນທະວີ ວົງສູນທອນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງສະ ບັບເລກທີ 1659 /ກມປສ, ລົງວັນທີ 23 ພຶດສະພາ 2019 ວ່າດ້ວຍການອະນຸມັດເປີດຊຸດຮຽນບໍາລຸງວິຊາສະ ເພາະປ້ອງກັນຄວາມສະຫງົບລະບົບ 3 ເດືອນ ຮຸ່ນທີ 13 ປະຈຳປີ 2019, ມີນັກສຳມະນາກອນ ທັງໝົດ 74 ສະຫາຍ ຍິງ 17 ສະຫາຍ, ເຊິ່ງຈະໄດ້ໃຊ້ເວລາຮຽນທັງໝົດ 61 ວັນ ຫຼື ເທົ່າກັບ 427 ຊົ່ວໂມງ.

ພົຈວ ອຸ່ນຫຼ້າ ວົງພະຈັນ ຍັງກ່າວຊີ້ນຳໃຫ້ພະນັກງານຄູ-ອາຈານ ແລະ ນັກສຳມະນາກອນ ໃນການຈັດຕັ້ງນຳພາປະຕິບັດວຽກງານທີ່ນອນຢູ່ໃນພາລະບົດບາດຕົ້ນຕໍຂອງໂຮງຮຽນ ກໍຄືບັນດາຄູ-ອາຈານ, ເອົາໃຈໃສ່ສ້າງແຜນ ການເຄື່ອນໄຫວໃຫ້ລະອຽດໃນການຈັດຕັ້ງນຳພາກໍ່ສ້າງ, ນຳເອົາປຶ້ມແບບຮຽນ, ປຶ້ມຄູ່ມື, ເອກະສານຄົ້ນຄົ້ວ ອື່ນໆໃຫ້ມີຄຸນນະພາບ ແລະ ຮັບປະກັນໃນການຍົກລະດັບຄວາມສາມາດໃຫ້ນັກສຳມະນາກອນ, ຝຶກຝົນຄຸນສົມບັດສິນທຳປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນໍ້າໃຈຮັກຊາດ, ດຸໜັ່ນຂະຫຍັນພຽນ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ທີ່ພັກ-ລັດ ກໍຄືການຈັດຕັ້ງມອບໝາຍໃຫ້ ແລະ ນຳເອົາຄວາມຮູ້-ຄວາມສາມາດຂອງຕົນທີ່ໄດ້ຮຽນມານຳໄປຈັດຕັ້ງປະຕິບັດຢູ່ກົມກອງ ທ້ອງຖິ່ນທີ່ຕົນຮັບຜິດຊອບໃຫ້ມີຄວາມກ້າວໜ້າ ແລະ ສຳເລັດໜ້າທີ່ໃຫ້ດີຂຶ້ນໄປເລື້ອຍໆ.