ກອງປະຊຸມເຊື່ອມຊຶມເອກະສານວຽກງານຊາວໜຸ່ມ ເປັນປະທານໂດຍ ພັທ ທອງໄຊ ແສງອຸດົມ ຫົວໜ້າການເມືອງກອງພັນໃຫຍ່ 202

ວັນທີ 4 ມິຖຸນາ 2019, ກອງພັນໃຫຍ່ 202 ທີ່ຂຶ້ນກັບ ກອງພົນທີ 2 ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານວຽກງານຊາວໜຸ່ມ ເປັນປະທານໂດຍ ພັທ ທອງໄຊ ແສງອຸດົມ ຫົວໜ້າການເມືອງ ກອງພັນໃຫຍ່ 202, ມີ ຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມຈາກພະແນກການ, ກົມກອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສີນວນ ແສງເພັດໄຕ້ ຫົວໜ້າພະແນກຊາວໜຸ່ມ ກອງພົນທີ 2 ກ່າວວ່າ:

ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ ມີຂໍ້ກຳນົດຂອງ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ກ່ຽວກັບ ວຽກງານຊາວໜຸ່ມ ໃນທົ່ວກອງທັບ, ບົດບາດປະຈັນບານຂອງຊາວໜຸ່ມກອງທັບ ຕໍ່ພາລະກິດປະຕິວັດຂອງພັກ ໃນໄລຍະໃໝ່, ການຈັດຕັ້ງໂຄສະນາກວດກາ ແລະ ຊຸກຍູ້ຂະບວນການຊາວໜຸ່ມ ໃນຖັນແຖວກອງທັບປະຊາຊົນລາວ, ການຈັດຕັ້ງສ້າງຂະບວນການຂອງຊາວໜຸ່ມ ຢູ່ບັນດາກົມກອງຮາກຖານ ໃນຖັນແຖວກອງທັບ, ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂະບວນການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແຕ່ລະສົກປີ ແລະ ທິດທາງແຜນການ, ບາງບັນຫາກ່ຽວກັບການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດ ໃນຖັນແຖວຊາວໜຸ່ມ-ໄວໜຸ່ມກອງທັບ, ແຜນວາດ ແລະ ລາຍການດຳເນີນກອງປະຊຸມຜູ້ແທນຊາວໜຸ່ມ ແລະ ກອງປະຊຸມໃຫຍ່ຊາວໝຸ່ມຂັ້ນຮາກຖານ, ຮ່າງບົດສະຫຼຸບສະຖິຕິຊາວໜຸ່ມ ປະຈຳ 6 ເດືອນ, ການວາງແຜນການ ແລະ ການສະຫຼຸບການຈັດຕັ້ງປະຕິບັດແຜນການວຽກງານຊາວໜຸ່ມ ໃນກອງທັບປະຊາຊົນລາວ, ເອກະສານທາງການ, ກົນໄກປະສານງານຂອງຄະນະຊາວໜຸ່ມແຕ່ລະຂັ້ນ ໃນກອງທັບ, ແຈ້ງການແນະນໍາ, ຄຳສັ່ງແນະນຳຂອງ ກົມໃຫຍ່ການເມືອງກອງທັບ ແລະ ອົງປະກອບເອກະສານບໍລິຫານທົ່ວໄປ.

ມີ ຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມຈາກພະແນກການ, ກົມກອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ
ມີ ຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມຈາກພະແນກການ, ກົມກອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໃນໂອກາດນີ້, ພັທ ທອງໄຊ ແສງອຸດົມ ໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ຄວາມຈຳເປັນຂອງວຽກງານຊາວໜຸ່ມ ທີ່ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປ່ຽນແປງໄປຕາມແນວທາງຂອງພັກ ໃນໄລຍະໃໝ່; ພ້ອມທັງຮຽກຮ້ອງໃຫ້ຄະນະນຳ, ພະນັກງານບັນຊາ, ຂະແໜງການ ຜູ້ທີ່ເຮັດວຽກງານຊາວໜຸ່ມ ແຕ່ລະສະຫາຍ ຈົ່ງກຳແໜ້ນບັນຫາພື້ນຖານກ່ຽວກັບຫຼັກການຈັດຕັ້ງ, ນຳພາ, ຊີ້ນຳວຽກງານຊາວໜຸ່ມ ແລະ ຄວາມຮັບຜິດຊອບຂອງຕົນ, ເພື່ອເຄື່ອນໄຫວໃຫ້ຖືກຕ້ອງຕາມພາລະບົດບາດທີ່ໄດ້ຮັບການມອບໝາຍ, ບົນພື້ນຖານຕ້ອງຍົກສູງຄວາມຮັບຜິດຊອບຖືເອົາ, ການສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນກົກ, ເອົາໃຈໃສ່ໃນການຊອກຮູ້ຮ່ຳຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ, ເປັນແບບຢ່າງເຂົ້າໃນທຸກໜ້າທີ່ວຽກງານ, ນຳພາເຄື່ອນໄຫວໃນການປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆຂອງວຽກງານຂະບວນການຊາວໜຸ່ມ ໃຫ້ແຂງແຮງ, ເພື່ອຕິດແໜ້ນກັບຂະບວນການກໍ່ສ້າງ ກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປອດໄພ, ປອດຄະດີ ແລະ ຂະບວນການກໍ່ສ້າງ ກົມກອງວັດທະນະທຳ ໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນ ແລະ ປະກົດຜົນເປັນຈິງ.