ສະຫະພັນແມ່ຍິງກົມໃຫຍ່ຕຳຫຼວດ ໄດ້ຈັດຕັ້ງເຜີຍແຜ່ເອກະສານຜົນສຳເລັດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງກົມໃຫຍ່ຕຳຫຼວດ, ເອກະສານມາລະຍາດຂອງເອື້ອຍ-ນ້ອງແມ່ຍິງ ແລະ ພິທີການ, ເອ ກະສານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2019 ແລະ 3 ປີ ໃນວັນທີ 11 ມິຖຸນາ 2019 ເພື່ອໃຫ້ຄະນະໜ່ວຍແມ່ຍິງ, ສະມາຊິກແມ່ຍິງບັນດາຫ້ອງ, ກົມທີ່ຂຶ້ນກັບກົມໃຫຍ່ຕຳຫຼວດຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ ແລ້ວນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເປັນປະທານໂດຍ ພັທ ນາງ ສິມມະລີ ພັນທະວົງ ປະ ທານສະຫະພັນແມ່ຍິງກົມໃຫຍ່ຕຳຫຼວດ ກະຊວງ ປກສ.

ພັທ ນາງ ດຳດວນ ວົງປັນຍາ ຄະນະສະຫະພັນແມ່ຍິງ ປະທານກວດກາສະຫະພັນແມ່ຍິງກົມໃຫຍ່ຕຳຫຼວດ ເຜີຍແຜ່ເອກະສານຜົນສຳເລັດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດຳເນີນໃນວັນທີ 26 ມີນາ 2019 ເປັນເວລາເຄິ່ງວັນ, ມີຜູ້ແທນສົມບູນ 80 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກແມ່ຍິງທັງໝົດໃນທົ່ວກົມໃຫຍ່ຕຳຫຼວດ 281 ສະຫາຍ, ບັນດາສະຫາຍເຂົ້າຮ່ວມກອງປະຊຸມໄດ້ປະຕິບັດກົດລະບຽບຂອງກອງປະຊຸມ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າບັນຫາສຳຄັນຂອງກອງປະຊຸມ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຄວາມຮັບຜິດ ຊອບການເມືອງສູງ, ມີບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດອັນສະຫງ່າງາມຕາມຈຸດປະສົງຄາດໝາຍຂອງກອງປະຊຸມໄດ້ກຳນົດໄວ້.

ສຳລັບເອກະສານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2019 ແລະ 3 ປີ (2017-2019) ພັທ ນາງ ບົວວັນ ວົງວິໄລ ຄະນະສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດເຜີຍແຜ່ໃຫ້ຮູ້ວ່າ: ສະຫະພັນແມ່ຍິງກະ ຊວງ ປກສ ໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ ເພື່ອເປັນການກວດກາ, ຕີລາຄາຊັ່ງຊາການຄັດເລືອກປະ ເພດແມ່ຍິງ 3 ດີ, ໜ່ວຍ 3 ດີ, ສະຫະພັນແມ່ຍິງ 3 ດີ ແລະ ບຸກຄົນຕົວແບບດ້ານຕ່າງໆໃນໄລຍະ 1 ປີ ແລະ 3 ປີ; ເຊິ່ງຜູ້ທີ່ມີເງື່ອນໄຂຄັດເລືອກ ປະຈຳປີ 2019 ແມ່ນສະມາຊິກແມ່ຍິງຜູ້ທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວວຽກ ງານເປັນເວລາ 12 ເດືອນ. ນັບແຕ່ເດືອນກໍລະກົດ 2018 ຫາ ເດືອນມິຖຸນາ 2019 ຫຼື ນັບແຕ່ໄຕມາດສາມປີ 2018 ຮອດໄຕມາດສອງປີ 2019 ຖ້າຫາກສະມາຊິກແມ່ຍິງເຂົ້າຮ່ວມການເຄື່ອນໄຫວວຽກງານຕໍ່າກວ່າ 12 ເດືອນໃຫ້ດຳເນີນການສຳຫຼວດກວດກາແຕ່ບໍ່ໄດ້ຈັດປະເພດ (ຍົກເວັ້ນກໍລະນີພັກເກີດລູກ, ພັກປິ່ນປົວ ຫຼື ໄປຮຽນໄລຍະສັ້ນແມ່ນໃຫ້ຄັດເລືອກປົກກະຕິ). ສະເພາະໄລຍະ 3 ປີ ແມ່ນຜູ້ທີ່ໄດ້ເຂົ້າຮ່ວມແຂ່ງຂັນຄົບ 3 ປີ ຕິດ ຕໍ່ກັນ ນັບແຕ່ປີ 2017-2019.