ໂຮງຮຽນ ປກສ ຊັ້ນກາງເລກ IV ເປີດຊຸດຮຽນບໍາລຸງວິຊາສະເພາະ

0
1531

ໂຮງຮຽນ ປກສ ຊັ້ນກາງເລກ IV ໄດ້ເປີດຊຸດຮຽນບໍາລຸງວິຊາສະເພາະ ກໍາລັງປ້ອງກັນຄວາມສະຫງົບ ຊັ້ນກາງ ລະບົບ 3 ເດືອນ ຮຸ່ນທີ III ໃນວັນທີ 7 ມິຖຸນາ 2019 ເປັນປະທານໂດຍ ພົຈວ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພັທ ແກ້ວ ແກ້ວມະນີ ອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ IV, ມີ ຄະນະພັກ-ຄະນະອຳນວຍການໂຮງຮຽນ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການຄັດເລືອກເຂົ້າບຳລຸງວິຊາສະເພາະ ຈາກ 4 ແຂວງ ຄື: ປກສ ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.

ພັທ ມິ່ງແກ້ວ ວົງຄຳພາ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1682/ກມປສ ວ່າດ້ວຍ ການອະນຸມັດໃຫ້ໂຮງຮຽນ ປກສ ຊັ້ນກາງເລກ IV ແຂວງອຸດົມໄຊ ເປີດຊຸດຮຽນບຳລຸງວິຊາສະເພາະ ປ້ອງກັນຄວາມສະຫງົບ ລະບົບ 3 ເດືອນ ຮຸ່ນທີ III ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ.

ເປີດຊຸດຮຽນບໍາລຸງວິຊາສະເພາະ ກໍາລັງປ້ອງກັນຄວາມສະຫງົບ ຊັ້ນກາງ ລະບົບ 3 ເດືອນ ຮຸ່ນທີ III
ເປີດຊຸດຮຽນບໍາລຸງວິຊາສະເພາະ ກໍາລັງປ້ອງກັນຄວາມສະຫງົບ ຊັ້ນກາງ ລະບົບ 3 ເດືອນ ຮຸ່ນທີ III

ຈາກນັ້ນ, ພັທ ວັງເຢຍ ເບຼຍຢ່າງ ຮອງອໍານວຍການໂຮງຮຽນ ປກສ ຊັ້ນກາງເລກ IV ໄດ້ຂຶ້ນຜ່ານແຜນການເປີດຊຸດບຳລຸງດັ່ງກ່າວ ວ່າ:

ເພື່ອກໍ່ສ້າງບຳລຸງນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ ທີ່ຍັງບໍ່ໄດ້ຮ່ຳຮຽນ ແລະ ບໍ່ໄດ້ຜ່ານ ໂຮງຮຽນກຳລັງປ້ອງກັນຄວາມສະຫງົບ ມາກ່ອນ ໃຫ້ຮັບຮູ້, ເຂົ້າໃຈວິຊາສະເພາະພື້ນຖານຕ່າງໆຂອງກຳລັງ ເຊິ່ງໃນຊຸດບຳລຸງ ແມ່ນຈະໄດ້ຄົ້ນຄວ້າຮ່ຳຮຽນຄວາມຮູ້ພື້ນຖານທິດສະດີຂອງວິທະຍາສາດ-ສັງຄົມ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮັບຮູ້ໄດ້ພື້ນຖານລະບອບ, ລະບຽບ, ແບບແຜນການນຳພາບັນຊາ ແລະ ຄຸ້ມຄອງຂອງກຳລັງປະກອບອາວຸດ ເປັນຕົ້ນແມ່ນ: ກົດລະບຽບ, ການນຳໃຊ້ ແລະ ປົກປັກຮັກສາອາວຸດ, ຮັບຮູ້ພາລະບົດບາດ, ສິດ ແລະ ໜ້າທີ່, ແບບແຜນວິທີເຮັດວຽກ, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງປະຕິບັດທຸກມະຕິ, ຄຳສັ່ງ ແລະ ກຽມພ້ອມສູ້ຮົບ, ພ້ອມນັ້ນກໍຍັງເປັນການສ້າງໃຫ້ກາຍເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຊຸດບຳລຸງ 3 ເດືອນ ຮຸ່ນທີ III ມີຈຳນວນພົນທັງໝົດ 62 ສະຫາຍ,ຍິງ 11 ສະຫາຍ, ເຊິ່ງຈະໃຊ້ເວລາໃນການຮຽນ-ການສອນທັງໝົດ ມີ 59 ວັນ ເທົ່າກັບ 413 ຊົ່ວໂມງ.

ໂຮງຮຽນ ປກສ ຊັ້ນກາງເລກ IV
ໂຮງຮຽນ ປກສ ຊັ້ນກາງເລກ IV

ໃນໂອກາດດັ່ງກ່າວ, ພົຈວ ນິລະວົງ ເຈືອງຕະວະລາດ ໄດ້ເນັ້ນໃຫ້ ຄະນະອຳນວຍການໂຮງຮຽນ ຈົ່ງຖືເອົາຄວາມສຳຄັນໃນການສຶກສາອົບຮົມການເມືອງ-ແນວຄິດຂອງຖັນແຖວພະນັກງານຄູ-ອາຈານ ຕະຫຼອດຮອດນັກຮຽນ-ນັກສຶກສາ ກໍຄືຊຸດຝຶກອົບຮົມຄັ້ງນີ້ ໃຫ້ກຳແໜ້ນ ແລະ ເຊື່ອມຊຶມບັນດາບົດຮຽນຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບການເມືອງ ຕິດພັນກັບ ການຝຶກຝົນຫຼ່ໍຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຫັນເອົາການສິດສອນ ທິດສະດີ ໃຫ້ຕິດພັນກັບ ພຶດຕິກຳຕົວຈິງທີ່ມີຄຸນນະພາບ, ຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງໂຮງຮຽນ ຢ່າງເຂັ້ມງວດ, ພ້ອມກັນເຮັດສຳເລັດ ແລະ ໄດ້ຮັບໝາກຜົນ ແລ້ວນຳເອົາວິຊາຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນ ມາຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ.