5 ປີ ໜ່ວຍພັກພະແນກຕໍາຫຼວດແກ້ ໄຂຄະດີໄດ້ 800 ກວ່າເລື່ອງ

0
1134

ສະຫາຍ ພັທ ສອນພັນ ອິນມະນີ ປະທານກວດກາໜ່ວຍພັກ ພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກພະແນກຕໍາຫຼວດ ວ່າ: ໄລຍະ 5 ປີຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ໂດຍຕິດພັນກັບ ວຽກງານວິຊາສະເພາະ ໄດ້ຮັບຜົນສໍາເລັດຫຼາຍດ້ານ; ໃນນີ້, ສາມາດແກ້ໄຂຄະດີໄດ້ທັງໝົດ 800 ກວ່າເລື່ອງ, ກັກຜູ້ຖືກຫາໄດ້ 1.504 ຄົນ, ຢຶດຂອງກາງຢາບ້າໄດ້ 112.793 ເມັດ, ພາຫະນະ 258 ຄັນ ແລະ ເງິນອີກຈໍານວນຫຼວງຫຼາຍ.

ສະຫາຍ ພັທ ສອນພັນ ອິນມະນີ ກ່າວວ່າ:

ຕະຫຼອດໄລຍະ 5 ຜ່ານມາ, ຄະນະໜ່ວຍພັກ ໄດ້ນໍາພາສະມາຊິກພັກ, ພະນັກງານ-ນັກຮົບປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງມີຫຼັກການຂອງພັກ, ກະຕຸກຊຸກຍູ້-ສົ່ງເສີມກໍ່ສ້າງສະມາຊິກພັກ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການ, ລະດັບທິດສະດີການເມືອງ, ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນດໍາລົງຊີວິດປອດໃສຂາວສະອາດ ໂດຍສາມາດຂະຫຍາຍມະຫາຊົນເຂົ້າພັກ ຄື: ເລື່ອນສະມາຊິພັກສໍາຮອງ ຂຶ້ນສົມບູນໄດ້ 9 ສະຫາຍ ຍິງ 2 ສະຫາຍ, ຮັບມະຫາຊົນກ້າວໜ້າ ເຂົ້າພັກສໍາຮອງ 6 ສະຫາຍ, ຮຽນລະບຽບພັກ 6 ສະຫາຍ ແລະ ຮຽນສະໜັບສະໜັບພັກ ອີກຈໍານວນ 6 ສະຫາຍ.

ນອກນີ້, ຍັງໄດ້ເອົາໃຈໃສ່ໃນການຕິດຕາມ, ກວດກາສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ກໍານົດເຫດການເຄື່ອນໄຫວຂອງພວກກໍ່ອາຊະຍາກໍາ, ຂຶ້ນບັນຊີເປົ້າໝາຍ-ແຍກປະເພດເປົ້າໝາຍ, ແບ່ງຂັ້ນຄຸ້ມຄອງ ເປັນຕົ້ນແມ່ນເປົ້າໝາຍທີ່ເຄື່ອນໄຫວກະທໍາຜິດທາງອາຍາ ເຊັ່ນ:

ການປຸ້ນຊັບ, ຊີງຊັບ, ຄ້າຂາຍຢາເສບຕິດ ແລະ ການກະທໍາຜິດທາງດ້ານເສດຖະກິດສະແດງອອກໃນຜົນງານທີ່ຍາດໄດ້ ຄື: ສາມາດແກ້ໄຂຄະດີໄດ້ທັງໝົດ 855 ເລື່ອງ, ມີຜູ້ຖືກຫາທັງໝົດ 1.504 ຄົນ ຍິງ 173 ຄົນ; ໃນນັ້ນ, ຢຶດຂອງກາງຢາບ້າໄດ້ຈໍານວນ 112.793 ເມັດ, ເຮໂຣອິນ 11,7 ກຼາມ, ຢາໄອສ໌ 89,67 ກຼາມ, ປືນ 6 ກະບອກ, ລູກປືນ 89 ລູກ, ລົດໃຫຍ່ 29 ຄັນ, ລົດຈັກ 229 ຄັນ, ຄອມພິວເຕີ 8 ເຄື່ອງ, ໂທລະທັດ 5 ໜ່ວຍ, ຄໍາຮູບປະພັນ 67 ບາດ, ເງິນກີບ 2.419.293. 000 ກີບ, ເງິນໂດລາ 280.270 ໂດລາສະຫະລັດ ແລະ ເງິນບາດ 8.850.000 ບາດ. ນອກນີ້, ວຽກງານອື່ນໆຍັງໄດ້ເອົາ ໃຈໃສ່ຄຸ້ມຄອງຜູ້ຖືກຫາ-ນັກໂທດ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຖືກຫາ-ນັກໂທດ ແລະ ຜູ້ຖືກດັດສ້າງໃຫ້ມີແນວຄິດຕື່ນຕົວ, ມີຄວາມຮູ້ສຶກກິນແໜ່ງແຄງໃຈຕໍ່ການກະທໍາຂອງຕົນເອງໄດ້ທັງໝົດ 288 ຄັ້ງ, ອະນຸຍາດໃຫ້ຜູ້ຖືກຫາ-ນັກໂທດພົບຍາດ, ກວດພະຍາດ ແລະ ປິ່ນປົວຢູ່ໂຮງໝໍຈໍານວນ 936 ຄັ້ງ, ຄົ້ນຄວ້າບັນ ດາເອກະສານຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ວຽກງານວິຊາສະເພາະປັບປຸງໃຫ້ສອດຄ່ອງກັບກົດໝາຍ ແລະ ຄໍາຮ້ອງຟ້ອງຕ່າງໆ.

ໃນກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ ຄັດເອົາ 4 ສະຫາຍ, ຜ່ານການປະຊາມະຕິເຫັນດີຕົກລົງໃຫ້ສະຫາຍ ພັທ ຄຳພັດ ສົມມະລັດ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ສອນພັນ ອິນມະນີ ເປັນຮອງເລຂາ, ສະຫາຍ ພັຕ ວິລະກຸນ ສີຫາລາດ ເປັນປະທານກວດກາ ແລະ ສະຫາຍ ພັຕ ຄຳບອນ ວໍລະລາດ ເປັນຮອງປະທານກວດກາ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆຈັນທະບູລີ, ມີສະຫາຍ ພັທ ສົມວິໄລ ໄຊສຸວັນ ເລຂາໜ່ວຍພັກພະແນກຕໍາຫຼວດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ສະມາຊິກພັກ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.