ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ເຂົ້າຈັບຕົວຊາຍອາຍຸ 44 ປີ ໃນຂະນະທີ່ນັດຊື້-ຂາຍຢາເສບຕິດປະເພດຢາບ້າຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນສະຫວັນ ເມືອງແປກ ແຂວງຂຽງຂວາງ. ຜ່ານການກວດຄົ້ນພົບຢາບ້າ 23.600 ເມັດ ໄປດໍາເນີນການສອບສວນ ໃນວັນທີ 8 ພຶດສະພາຜ່ານມາ.

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 7 ພຶດສະ ພາ ໄດ້ຮັບລາຍງານຈາກແຫຼ່ງຂ່າວວ່າ: ຈະມີເປົ້າໝາຍເອົາຢາເສບຕິດຈາກນະຄອນຫຼວງວຽງຈັນ ໄປຂາຍຢູ່ແຂວງຊຽງຂວາງ ໂດຍນໍາໃຊ້ລົດກະບະວີໂກ້ ສີຂາວ ໝາຍເລກທະບຽນ ກຮ 0526 ກໍາແພງນະ ຄອນ ເປັນພາຫະນະຂົນສົ່ງຢາເສບຕິດໃນຄັ້ງນີ້. ຈາກນັ້ນ, ຈຶ່ງຈັດກໍາລັງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະຕິດ ຕາມເປົ້າໝາຍ. ຜ່ານການຕິດຕາມຮອດເວລາ 6:00 ໂມງຂອງວັນທີ 8 ພຶດສະພາ 2019 ໄດ້ພົບເຫັນລົດກະບະເປົ້າໝາຍຂັບຂີ່ເຂົ້າຈອດຢູ່ເຮືອນພັກແຫ່ງໜຶ່ງບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ. ເຈົ້າ ໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມທັງກວດຄົ້ນພົບຢາບ້າຈໍານວນ 23.600 ເມັດຊຸກເຊື່ອງຢູ່ໃນລົດຄັນດັ່ງກ່າວ.

ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ໄມຊົ່ງ ອາຍຸ 44 ປີ ຢູ່ບ້ານໜອງນາກ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວຜູ້ກ່ຽວໄດ້ຊື້ນຳຄົນຮູ້ຈັກຢູ່ນະຄອນຫຼວງວຽງຈັນ ເພື່ອຈະນໍາໄປຂາຍຢູ່ແຂວງຊຽງຂວາງ ໂດຍນັດກັບຜູ້ສັ່ງຊື້ຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໂພນສະຫວັນ ພໍໄປຮອດ ກໍຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວພ້ອມຂອງກາງໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.