ຄະນະສານອາຍາແຂວງເລກຊິງຕັນ ຕັດສິນໃຫ້ທ້າວ ທິໂມທີ ໂຈນ ຈູເນຍ ພໍ່ຊາວອາເມລິກາ ອາຍຸ 37 ປີ ໃນລັດເຊົາແຄໂຣໄລນາ ຮັບໂທດປະຫານຊີວິດຈາກການຄາດຕະກຳລູກຂອງຕົນເອງ 5 ຄົນ. ຈາກນັ້ນ, ນຳສົບລູກທັງ 5 ຄົນບຸກທຸກໃສ່ລົດຍົນ ແລ້ວຂັບໄປນານ 9 ວັນ, ກ່ອນນຳໃສ່ຖົງຢາງຂີ້ເຫຍື້ອ ແລ້ວໂຍນຖິ້ມໄວ້ແຄມທາງໃນລັດລາບາມາ ເປັນຄະດີສະເທືອນຂວັນ ແລະ ສ້າງຄວາມສະຫຼົດໃຈໄປທົ່ວສະຫະລັດ ອາເມລິກາ.

ຄະດີສະເທືອນຂວັນດັ່ງກ່າວເກີດຂຶ້ນທີ່ເຮືອນພັກຂອງຄອບຄົວນີ້ ໃນເມືອງເລກຊິງຕັນ ເດືອນສິງຫາ 2014, ເຊິ່ງບັນດາລູກຂອງຜູ້ກ່ຽວທີ່ຕົກເປັນເຫຍື່ອຜູ້ເຄາະຮ້າຍມີອາຍຸພຽງແຕ່ 1 ປີ- 8 ປີ. ທ່ານ ຣ໊ອກ ຮັບບາດ ໄອຍະການຜູ້ຍື່ນຂໍໂທດປະຫານຊີວິດຈຳເລີຍ ກ່າວປິດຄະດີກ່ອນໜ້າຄຳຕັດສິນວ່າ ຖ້າຫາກວ່າຄະນະລູກຂຸນຍັງລັງເລໃຈວ່າ ຄວນຍື່ນໂທດເສຍຊີວິດໃຫ້ຈຳເລີຍ ຫຼື ບໍ່ ຂໍໃຫ້ຄິດເຖິງເດັກນ້ອຍ 5 ຄົນທີ່ຜູ້ກ່ຽວຄາດຕະກຳ ແລ້ວນຳໃສ່ຖົງໄປຖິ້ມໄວ້ໃນເຂດຊົນນະບົດທີ່ຮົກຮ້າງທີ່ລັດອະລາຍາມາ.

ໄອຍະການ ເປີດເຜີຍໃຫ້ຮູ້ວ່າ ທ້າວ ໂຈນ, ເຊິ່ງເປັນວິສາວະກອນຄອມພິວເຕີ ມີລາຍໄດ້ສູງເຖິງ 80.000 ໂດລາສະຫະລັດຕໍ່ປີ ເປັນຄົນເຫັນແກ່ຕົວມາໂດຍຕະຫຼອດ ຕັ້ງແຕ່ພະຍາຍາມທຳລາຍການແຕ່ງງານຮອບສອງຂອງພໍ່ຕົນເອງ ເພາະບໍ່ໄດ້ຮັບຄວາມສົນໃຈ. ຈາກນັ້ນ, ຍັງພະຍາຍາມຄວບຄຸມຊີວິດເມຍທຸກເລື່ອງ ເມື່ອເມຍຸິ້ມໄປ ຈຶ່ງຮູ້ຕົວວ່າ ຄວບຄຸມໃຜບໍ່ໄດ້ແລ້ວ ແລ້ວປ່ຽນໄປທຳຮ້າຍລູກເພື່ອບໍ່ໃຫ້ຕິດຕໍ່ກັບແມ່.

ທ້າວ ໂຈນ ສາລະພາບວ່າ ຄາດຕະກຳເດັກຊາຍນາທານ ອາຍຸ 6 ປີ ດ້ວຍຄວາມໂມໂຫທີ່ເດັກໂທໄປລົມກັບແມ່ວ່າ ເຮັດເຄື່ອງແຕກ ແທນທີ່ຈະສາລະພາບກັບຕົນເອງທີ່ເປັນພໍ່. ຈາກນັ້ນ, ຈຶ່ງບີບຄໍລູກສາວ ອາຍຸ 7 ປີ ຈົນເສຍຊີວິດ ປ້ອງກັນບໍ່ໃຫ້ລູກໂທໄປຂໍຄວາມຊ່ວຍເຫຼືອຄົນ, ຂະນະທີ່ປ່ອຍໃຫ້ລູກອີກ 3 ຄົນຢູ່ກັບຮ່າງເດັກຊາຍນາທານ ກ່ອນຈະໄປຄາດຕະກຳລູກສາວ ອາຍຸ 8 ປີ ດ້ວຍການບີບຄໍ ແລະ ໃຊ້ສາຍແອວຮັດຄໍລູກອີກ 2 ປີ ແລະ 1 ປີ.

ໄອຍະການຖືຮູບເດັກນ້ອຍທີ່ເປັນເຫຍື່ອຄາດຕະກຳ ຂະນະກ່າວປິດຄະດີ

ດ້ານທະນາຍຈຳເລີຍ ກ່າວວ່າ ມີພຽງຄະນະລູກຂຸນເທົ່ານັ້ນທີ່ຈະສະແດງຄວາມເມດຕາໄດ້ ຖ້າຫາກບໍ່ມີຄວາມເມດຕາຕໍ່ພໍ່ທີ່ຄາດຕະກຳລູກຕົນເອງ 5 ຄົນ ກໍຂໍໃຫ້ເຫັນແກ່ຄອບຄົວທີ່ປະສົບແຕ່ຄວາມສູນເສຍມາຫຼາຍພໍແລ້ວ ແລະ ຍັງຕ້ອງການໃຫ້ທ້າວ ໂຈນ ມີຊີວິດຕໍ່ໄປ ເຖິງແມ່ນວ່າຈະຢູ່ໃນຄຸກກໍຕາມ.

ຈາກນັ້ນ, ຄະນະລູກຂຸນໃຊ້ເວລາຫາລື ແລະ ລົງມະຕິບໍ່ເຖິງ 2 ຊົ່ວໂມງໃຫ້ປະຫານຊີວິດໂດຍປັດສະຈາກການລົງອາຍາ ຈຳເລີຍມີສີໜ້າລຽບເສີຍ ເມື່ອໄດ້ຍິນຄຳພິພາກສາດັ່ງກ່າວ, ສ່ວນພໍ່ຂອງທ້າວ ໂຈນ ຍົກມືຂຶ້ນປິດໜ້າດ້ວຍຄວາມເສຍໃຈ ແລະ ສະມາຊິກຄອບຄົວຄົນອື່ນໆຮ້ອງໄຫ້ອອກມາ.

ທ້າວ ໂຈນ ເປັນບຸກຄົນທີ່ສອງໃນຮອບ 5 ປີຂອງລັດເຊົາແຄໂຣໄລນາ ທີ່ຕ້ອງໂທດປະຫານຊີວິດ ຫຼັງຈາກບໍ່ມີໂທດປະຫານຊີວິດມາຕັ້ງແຕ່ປີ 2011 ເນື່ອງຈາກຂາດຕົວຢາທີ່ຈະສີດເປັນສານພິດເຂົ້າຮ່າງນັກໂທດ.

ຮຽບຮຽງ-ແປໂດຍ: ຮອ ຈັນທະພອນ ລາຊາສົມບັດ