ນໍ້າແຂງໃນເກາະກຣີນແລນ ດິນແດນເໜືອສຸດຂອງໂລກ ໃນມະຫາສະໝຸດອາກຕິກ ເລີ່ມລະລາຍຢ່າງໄວວາ
ນໍ້າແຂງໃນເກາະກຣີນແລນ ດິນແດນເໜືອສຸດຂອງໂລກ ໃນມະຫາສະໝຸດອາກຕິກ ເລີ່ມລະລາຍຢ່າງໄວວາ

ໃນວັນທີ 16 ມິຖຸນາ ທີ່ຜ່ານມາ, CNN ລາຍງານວ່າ: ນໍ້າແຂງໃນເກາະກຣີນແລນ ດິນແດນເໜືອສຸດຂອງໂລກ ໃນມະຫາສະໝຸດອາກຕິກ ເລີ່ມລະລາຍຢ່າງໄວວາ ໃນອາທິດຜ່ານມາ ສະເພາະໃນວັນທີ 13 ມິຖຸນາ ທີ່ຜ່ານມາ ລະລາຍໄປເຖິງ 2 ພັນລ້ານໂຕນ ຫຼື ຄິດເປັນ 40% ຂອງນໍ້າແຂງໃນກຣີນແລນ ເຊິ່ງເປັນສິ່ງທີ່ບໍ່ປົກກະຕິ ແລະ ຖືວ່າເປັນສັນຍານທີ່ບໍ່ດີ ເພາະຫາກໍຈະເລີ່ມລະດູຮ້ອນ.

ທ່ານ ໂທມັສ ໂມເທີ ນັກວິໄຈ ມະຫາວິທະຍາໄລຈໍເຣຍ ຜູ້ສຶກສາສະພາບອາກາດຂອງກຣີນແລນ ກ່າວວ່າ: ກໍລະນີນີ້ ເປັນເລື່ອງປົກກະຕິ ແຕ່ກໍບໍ່ເຖິງຂັ້ນທີ່ວ່າ ບໍ່ເຄີຍເກີດຂຶ້ນມາກ່ອນ.

“ ຄັ້ງນີ້ ປຽບທຽບໄດ້ກັບ ໃນຄັ້ງທີ່ແຜ່ນນໍ້າແຂງເກືອຍລະລາຍທັງແຜ່ນ ເປັນຄັ້ງທຳອິດ ໃນເດືອນມິຖຸນາ 2002 ນັບຕັ້ງແຕ່ເຄີຍບັນທຶກມາ ”.

ເປັນໄປໄດ້ວ່າ ໃນປີ 2020 ນໍ້າແຂງອາດລະລາຍໃນກຣີນແລນ ຈົນເປັນສະຖິຕິ ສົ່ງຜົນໃຫ້ລະດັບນໍ້າໃນທະເລສູງຂຶ້ນ ໂດຍປະລິມານນໍ້າແຂງທີ່ລະລາຍ ຈະເທົ່າກັບເຕີມນໍ້າແຂງ ໃນສວນເນເຊິນໂນມໍ ໃນນະຄອນຫຼວງວໍຊິງຕັນ ໃຫ້ເຖິງຈຸດທີ່ສູງຂຶ້ນເທິງຟ້າ ຄິດເປັນ 8 ເທົ່າຂອງອະນຸສາວະລີວໍຊິງຕັນ.