ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດ ເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຄົບຮອບ 74 ປີ (ວັນທີ 9 ພຶດສະພາ 1945-9 ພຶດສະພາ 2019) ແລະ ວັນເກີດປະທານ ໂຮຈິມິນ ຄົບຮອບ 129 ປີ (ວັນທີ 19 ພຶດ ສະພາ 1890-19 ພຶດສະພາ 2019) ໂດຍມີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດ ສອບແຫ່ງລັດ, ພ້ອມດ້ວຍພະນັກ ງານ-ລັດຖະກອນພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງ, ໃນວັນທີ 14 ມິຖຸນາ 2019.

ທ່ານ ພັນດວງຈິດ ວົງສາ ພະນັກງານບຳນານ ອະດີດປະທານສູນກາງແນວລາວສ້າງຊາດ ປາຖະກະຖາໃຫ້ຮູ້ວ່າ: ສາຍເຫດທີ່ພາໃຫ້ເກີດສົງຄາມໂລກ ຄັ້ງທີ II ໃນສະຕະວັດທີ 20 ໄດ້ມີຈັກກະພັດແບບເກົ່າ ແລະ ແບບໃໝ່, ທັງສອງຈັກກະພັດນີ້ມີຄວາມຂັດແຍ່ງກັນຍ້ອນວ່າຈັກກະພັດແບບເກົ່າໄດ້ມີເມືອງຂຶ້ນຢູ່ໃນທົ່ວທຸກທະວີບຂອງໂລກ, ສ່ວນຈັກກະພັດແບບໃໝ່ແມ່ນບໍ່ທັນມີເມືອງຂຶ້ນ ຈຶ່ງເກີດແນວຄີດຕັນຫາໂລພາ, ສົມຮູ້ຮ່ວມຄິດກັນສ້າງສົງຄາມໂລກຂຶ້ນ ເພື່ອຫວັງແບ່ງປັນແຜນທີ່ໂລກຄືນໃໝ່ ແບ່ງປັນກັນຄອບຄອງໂລກ. ໃນປີ 1922 ບັນດາປະຊາຊາດ ໄດ້ເຕົ້າໂຮມກັນເປັນສະຫະປະຊາຊາດ ໄດ້ເຕົ້າໂຮມກັນເປັນສະຫະພາບໂຊວຽດ ເປັນລັດສັງຄົມນິຍົມທີ່ໜຸ່ມນ້ອຍລັດທຳອິດໃນໂລກ, ປະກອບ ມີ 15 ລັດມີດິນແດນກວມ 1 ສ່ວນ 6 ຂອງໂລກ ແລະ ພົນລະເມືອງກວ່າ 200 ລ້ານຄົນ ອັນເປັນລະບົບທີ່ແຂງແຮງ. ດັ່ງນັ້ນ, ຈັກກະພັດ ຈຶ່ງຫວັງຢາກດັບມອດ ສ. ໂຊວຽດ ອັນນີ້ເປັນສາເຫດກົກ ແລະ ຕົ້ນຕໍຂອງສົງຄາມໂລກ ຄັ້ງທີ II, ເວລາທ່ຽງຄືນຂອງວັນທີ 9 ພຶດສະພາ 1945 ຕົວແທນຂອງຟາດສິດຮິດແລ ໄດ້ກົ້ມໜ້າເຊັນສັນຍາຍອມຈຳນົນຢ່າງບໍ່ມີເງື່ອນໄຂຕໍ່ ສ. ໂຊວຽດ.

ຈາກນັ້ນ, ທ່ານກໍໄດ້ປາຖະກະຖາກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໂຮຈິມິນ, ເຊິ່ງທ່ານເປັນນັກຮຽນທີ່ສະຫຼາດສະຫຼຽວ, ມີຄວາມພາກພຽນໃນການຮໍ່າຮຽນ ແລະ ມັກຊອກຄົ້ນຄວ້າຫາຄວາມຮູ້ທີ່ໃໝ່; ນອກຈາກຮຽນແລ້ວເພິ່ນຍັງມັກອ່ານບົດກາບກອນທີ່ຮັກຊາດ, ບັນດາບົດເລື່ອງທີ່ກ່ຽວກັບວິລະຊົນ ແລະ ບູລຸດຜູ້ເສຍສະລະຊີວິດ ເພື່ອຊາດເພິ່ນໄດ້ຍອມເປັນຄົນຮັບໃຊ້ເຮືອກຳປັ່ນຂອງນາຍທຶນ ເພື່ອໄປປະເທດຝຣັ່ງ, ອາເມລິກາ ແລະ ປະເທດຕ່າງໆ ທີ່ເປັນເມືອງຂຶ້ນຂອງຝຣັ່ງ ຢູ່ໃນທະວີບອາເມລິກາ ເພື່ອຊອກຫາສາເຫດແຫ່ງຄວາມທຸກຈົນຂອງປະຊາຊົນ ແລະ ຊອກຫາເສັ້ນທາງປົດປ່ອຍປະຊາຊົນຜູ້ຖືກກົດຂີ່ຂູດຮີດ.

ທ່ານປະທານ ໂຮຈິມິນ ໄດ້ເດີນທາງໄປເຄື່ອນໄຫວຜ່ານ 5 ທະວີບ 4 ມະຫາສະໝຸດ ເພື່ອຊອກຫາເສັ້ນທາງປະຕິວັດອັນຖືກ ຕ້ອງ, ເພິ່ນໄດ້ອ່ານປຶ້ມທິດສະດີວ່າດ້ວຍ “ບັນຫາຊາດ ແລະ ເມືອງຂຶ້ນ” ຂອງທ່ານເລນິນ, ເຊິ່ງເປັນຄຳຕອບໃນການຊອກຫາເສັ້ນທາງປົດປ່ອຍຊາດ, ເພິ່ນໄດ້ຄົ້ນຄວ້າທິດສະດີມາກ-ເລນິນ ປຽບທຽບກັບຂະບວນ ການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ຈຶ່ງເຫັນແຈ້ງວ່າ: ມີແຕ່ລັດທິສັງຄົມ ນິຍົມ ແລະ ລັດທິກອມມູນິດເທົ່ານັ້ນ ຈຶ່ງສາມາດປົດປ່ອຍປະເທດຊາດ ແລະ ຊາວຜູ້ອອກແຮງງານໃນໂລກອອກຈາກແອກແຫ່ງການກົດຂີ່ຂູດຮີດ ແລະ ກາຍເປັນຂ້ອຍຂ້າຂອງຊາດອື່ນໄດ້. ດ້ວຍເຫດນັ້ນ, ເພິ່ນຈຶ່ງຫັນມາຢຶດຖືລັດທິມາກ-ເລນິນເປັນເຂັມທິດເຍືອງທາງໃຫ້ແກ່ການປົດປ່ອຍຊາດ.