ຫາລືແບ່ງຄວາມຮັບຜິດຊອບວຽກງານ ປກສ ແຂວງໄຊສົມບູນ

0
1007

ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ປຶກສາຫາລືຄົ້ນຄວ້າ ແລະ ແບ່ງຄວາມຮັບຜິດຊອບວຽກງານ ໃນຄະນະກອງບັນຊາການ ໃນວັນທີ 10 ມິຖຸນາ 2019, ເປັນປະທານໂດຍ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີ ຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ຫົວໜ້າພະແນກ ທົ່ວ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ
ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

ພັທ ອິນປັນ ຍາດຕິວົງ ຫົວໜ້າຫ້ອງການ ປກສ ແຂວງໄຊສົມບູນ ຂຶ້ນຜ່ານຮ່າງຂໍ້ຕົກລົງຂອງ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບລະຫວ່າງ ຫົວໜ້າກອງບັນຊາການ ແລະ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທັງນີ້ກໍເພື່ອປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຊີ້ນຳ-ບັນຊາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ເປັນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແນໃສ່ຮັບປະກັນການປະຕິບັດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງ ຫົວໜ້າກອງບັນຊາການ ແລະ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງ ກຳລັງປ້ອງກັນຄວາມສະຫງົບ ໄດ້ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ນອກນັ້ນ, ຍັງໄດ້ຜ່ານກົດລະບຽບກອງທຶນຂອງ ກອງບັນຊາການ ປກສ ແຂວງໄຊສົມບູນ ເພື່ອກຳນົດຫຼັກການ, ລະບຽບການ, ມາດຕະການໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທຶນ ພ້ອມທັງເປັນການພັດທະນາ ກອງບັນຊາການ ປກສ ແຂວງ ໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ.

ມີ ຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ຫົວໜ້າພະແນກ ທົ່ວ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ
ມີ ຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ຫົວໜ້າພະແນກ ທົ່ວ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ

ພັອ ພິມພາ ທິຖາວອນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ເພື່ອແນໃສ່ປັບປຸງ ແລະ ກໍ່ສ້າງກົມກອງ ກໍຄືກອງບັນຊາການໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາການຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຈົ່ງນໍາເອົາຜົນສໍາເລັດຂອງການຄົ້ນຄວ້າປຶກສາຫາລື ກໍຄືເນື້ອໃນເອກະສານໄປຈັດຕັ້ງ, ເຊື່ອມຊຶມ ແລະ ເຜີຍແຜ່ໃຫ້ປະກົດຜົນເປັນຈິງ.