ມອບໃບຍ້ອງຍໍໃຫ້ໂຮງຮຽນ ແລະ ນັກຮຽນທົ່ວເມືອງໄຊເສດຖາ

0
986

ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດພິທີມອບໃບຍ້ອງຍໍໃຫ້ໂຮງຮຽນ ແລະ ນັກຮຽນທີ່ສຳເລັດການສອບເສັງຈົບຊັ້ນປະຖົມສົມບູນທົ່ວເມືອງໄຊເສດຖາ (ຊັ້ນ ປ5) ສົກຮຽນ ປີ 2018-2019, ມອບໃບຍ້ອງຍໍໂດຍທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໆໄຊເສດຖາ ແລະ ທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາ ທິການ ແລະ ກິລາ ນວ ມີອຳນວຍການໂຮງຮຽນ ປະຖົມ ແລະ ນັກຮຽນອ້ອມຂ້າງເມືອງ ເຂົ້າຮ່ວມ.

ມອບໃບຍ້ອງຍໍໃຫ້ນັກຮຽນ

ທ່ານ ຈັນແດງ ພົງສະຫວັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ກ່າວວ່າ: ຜົນການສອບເສັງຈົບຊັ້ນປະຖົມສົມບູນທົ່ວເມືອງໄຊເສດຖາ ໃນສົກປີ 2018-2019, ມີໂຮງຮຽນທີ່ເຂົ້າຮ່ວມໃນການສອບເສັງ ທັງໝົດ 70 ໂຮງຮຽນ, ພາກລັດ 38 ໂຮງຮຽນ, ພາກເອກະຊົນ 32 ໂຮງຮຽນ ມີນັກຮຽນ ທັງໝົດ 1.772 ຄົນ ຍິງ 1.353 ຄົນ, ໃນນີ້ ພາກລັດມີ 832 ຄົນ ຍິງ 584 ຄົນ ແລະ ພາກເອກະຊົນ 940 ຄົນ ຍິງ 769 ຄົນ. ຜ່ານການສອບເສັງມີນັກຮຽນສອບເສັງໄດ້ ສົມບູນ ມີ 1.551 ຄົນ ຍິງ 1.279 ຄົນ ໄດ້ 87,72%, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 25%.

ມອບໃບຍ້ອງຍໍໃຫ້ໂຮງຮຽນ

ໃນນີ້, ນັກຮຽນທີ່ເສັງໄດ້ຄະແນນລວມ 39 ຄະແນນ ມີ 17 ຄົນ ຍິງ 13 ຄົນ, ເສັງໄດ້ຄະແນນລວມ 38 ມີ 25 ຄົນ ຍິງ 18 ຄົນ ໃນ 8 ໂຮງຮຽນ, ນັກ ຮຽນທີ່ໄດ້ຄະແນນ 7 ຂຶ້ນໄປ ມີ 542 ຄົນ ຍິງ 340, ນັກຮຽນທີ່ໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ມີ 499 ຄົນ ຍິງ 293 ຄົນ ໃນນັ້ນ ພາກລັດ 21 ໂຮງຮຽນ, ພາກເອກະຊົນ 26 ໂຮງຮຽນ ແລະ ໂຮງ ຮຽນທີ່ສອບເສັງໄດ້ 100% ມີ 43 ໂຮງຮຽນ, ພາກລັດ ມີ 20 ໂຮງຮຽນ ແລະ ພາກເອກະຊົນ 23 ໂຮງຮຽນ.