ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ໃຫ້ບັນດາໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກກົມໃຫຍ່ສັນຕິບານ (ຄພສບ) ກະຊວງ ປກສ ໃນວັນ ທີ 14 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງ ພົຕ ວັນທອງ ກອງມະນີ ຄະນະປະຈຳພັກກະຊວງ ເລຂາຄະນະ ພັກ ຫົວໜ້າກົມໃຫຍ່ການເມືອງກະຊວງ ປກສ; ເປັນປະທານ ໂດຍ ພົຈວ ບົວວັນ ວົງສາວັນທອງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະພັກຮາກຖານ, ເລຂາ-ຮອງ ເລຂາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນກົມໃຫຍ່ສັນຕິບານເຂົ້າຮ່ວມ.

ພັທ ວົງດາລາ ຄໍາຮຸ່ງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ສັນຕິບານໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018, ອີງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບໃນກອງປະຊຸມຄະນະປະຈໍາພັກກົມໃຫຍ່ສັນຕິບານ ຄັ້ງວັນທີ 6 ພະຈິກ 2018.

ດັ່ງນັ້ນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ ຈຶ່ງຕົກລົງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກກົມໃຫຍ່ສັນຕິບານ ຈໍານວນ 6 ໜ່ວຍພັກຮາກຖານ ແລະ 3 ໜ່ວຍພັກ ຄື: ໜ່ວຍພັກຮາກຖານ ກົມ 201 , ກົມ 204, ກົມ 205, ກົມ 206, ກົມ 207 ແລະ ໜ່ວຍພັກຮາກຖານ ກົມ 212, ໜ່ວຍພັກໄຂກົດ, ໜ່ວຍພັກສືບຂ່າວ ແລະ ໜ່ວຍພັກໄອທີ, ມອບໂດຍ ພົຈວ ບົວ ວັນ ວົງສາວັນທອງ.

ໃນພິທີ, ຍັງໄດ້ມອບທຸງໄຊ ໃຫ້ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ 5 ປີ ຕິດຕໍ່ກັນຈໍານວນ 2 ໜ່ວຍພັກ ຄື: ໜ່ວຍພັກຮາກຖານກົມ 201 ແລະ ໜ່ວຍພັກຮາກຖານ ກົມ 204 ໃຫ້ກຽດມອບ ໂດຍ ພົຕ ວັນທອງ ກອງມະນີ.