ກອງປະຊຸມສ່ອງແສງວຽກງານພັກ – ວຽກງານການເມືອງ

0
1155

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ 3 ເດືອນ ໄຕມາດ II ປະຈໍາເຂດ 4 ໃນວັນທີ 10 ມິຖຸນາ 2019, ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ, ມີຜູ້ແທນຈາກ 4 ກົມໃຫຍ່ ອ້ອມຂ້າງ ກະຊວງ ປກສ, ປກສ ແຂວງສະຫວັນນະເຂດ, ປກສ ແຂວງຄໍາມ່ວນ, ປກສ ແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ
ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ

ກອງປະຊຸມຄັ້ງນີ້ ບັນດາຜູ້ແທນ ໄດ້ພ້ອມກັນຕີລາຄາຄືນສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດ ຂຶ້ນພາຍໃນສັງຄົມ ກໍຄືໃນກໍາລັງປ້ອງກັນຄວາມສະຫງົບ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ ໄລຍະ 3 ເດືອນຜ່ານມາ ແລະ ແຜນການໃນ 3 ເດືອນຕໍ່ໜ້າ, ການແລກປ່ຽນປະກັບຄໍາຄິດຄໍາເຫັນຂອງ ຜູ້ແທນກອງປະຊຸມຄະນະບັນຊາແຕ່ລະຂັ້ນ, ເປັນເອກະພາບຕໍ່ກັບການເຄື່ອນວຽກງານພັກ-ວຽກງານການເມືອງ, ເປັນການຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດທິດທາງແຜນການໃຫ້ແທດເຖິງຕົວຈິງ, ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ປະກົດການຫຍໍ້ທໍ້ຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ເພື່ອຍູ້ແຮງຂະບວນການເຄື່ອນໄຫວວຽກງານ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໃນການເຮັດວຽກງານກໍ່ສ້າງພັກ ແລະ ກໍ່ສ້າງພະນັກງານໃຫ້ບັນລຸຕາມແຜນການທີ່ວາງໄວ້.

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ 3 ເດືອນ ໄຕມາດ II ປະຈໍາເຂດ 4
ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ 3 ເດືອນ ໄຕມາດ II ປະຈໍາເຂດ 4

ພົຈວ ບຸນມີ ແສງຄໍາຢອງ ໄດ້ຊີ້ນຳໃຫ້ຄະນະພັກ ເພີ່ມທະວີວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງຢ່າງໜັກແໜ້ນ, ເອົາໃຈໃສ່ປັບປຸງຮູບການ, ວິທີການໂຄສະນາສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອຍົກສູງລະດັບຄວາມຮູ້ໃຫ້ສົມຄູ່ກັບໜ້າທີ່ຄວາມຮັບຜິດຊອບຄະນະພັກ, ສະມາຊິກພັກ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ໜັກແໜ້ນເຂັ້ມແຂງ, ສາມາດເຮັດລ້ອນໜ້າທີ່, ມີການກຳນົດຕຳແໜ່ງງານໃຫ້ລະອຽດຈະແຈ້ງ, ກຳນົດພາລະບົດບາດ-ໜ້າທີ່ໃຫ້ຄົບຖ້ວນ, ການບໍາລຸງສ້າງ ຕ້ອງຮັບປະກັນລັກສະນະຊົນຊັ້ນຂອງພັກ ເພື່ອຮັບປະກັນບໍ່ໃຫ້ພວກບໍ່ດີສວຍໃຊ້, ຕ້ອງເອົາໃຈໃສ່ບຳລຸງສ້າງ ແລະ ກໍານົດພະນັກງານທັງ 3 ຮຸ່ນ ຄື: ຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ ເພື່ອຮັບປະກັນໃຫ້ແກ່ລັກສະນະສືບທອດປ່ຽນແທນ, ເອົາໃຈໃສ່ສ້າງພະນັກງານຊົນເຜົ່າ ແລະ ເພດຍິງໃຫ້ເໝາະສົມ, ສືບຕໍ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ກ່ອນອື່ນໝົດຕ້ອງຮີບຮ້ອນຄົ້ນຄວ້າສ້າງນິຕິກໍາເພື່ອກໍານົດລະບຽບການ, ມາດຖານເງື່ອນໄຂ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຢ່າງຖືກຕ້ອງເໝາະສົມ ເຊັ່ນ: ລະບຽບການຄົ້ນຄວ້າການຍ້ອງຍໍ ແລະ ການປະຕິບັດວິໄນດ້ານຕ່າງໆ.

ມີຜູ້ແທນຈາກ 4 ກົມໃຫຍ່ ອ້ອມຂ້າງ ກະຊວງ ປກສ, ປກສ ແຂວງສະຫວັນນະເຂດ, ປກສ ແຂວງຄໍາມ່ວນ, ປກສ ແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ
ມີຜູ້ແທນຈາກ 4 ກົມໃຫຍ່ ອ້ອມຂ້າງ ກະຊວງ ປກສ, ປກສ ແຂວງສະຫວັນນະເຂດ, ປກສ ແຂວງຄໍາມ່ວນ, ປກສ ແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ