ໃນວັນທີ 16 ມິຖຸນາ ທີ່ຜ່ານມາ, ຂ່າວຕ່າງປະເທດລາຍງານ ວ່າ:

ອາກຊັງຕິນ ແລະ ອຸຣຸໄກວ ປະເທດໃນອາເມລິກາໃຕ້ ກັບມາມີໄຟຟ້າໃຊ້ເປັນສ່ວນຫຼາຍແລ້ວ ຫຼັງຈາກປະຊາຊົນ 48 ລ້ານຄົນ ບໍ່ມີໄຟຟ້າໃຊ້ດົນເຖິງ 12 ຊົ່ວໂມງ.

ລັດຖະມົນຕີ ກະຊວງພະລັງງານ ຖະແຫຼງການໃນເວລາ 19:00 ໂມງ ຂອງວັນທີ 16 ມິຖຸນາ ຕາມເວລາທ້ອງຖິ່ນ ວ່າ: ປະຊາຊົນ 77% ມີໄຟຟ້າໃຊ້ຕາມປົກກະຕິແລ້ວ, ຂະນະທີ່ ບໍລິສັດໄຟຟ້າຂອງທາງການອຸຣຸໄກວ ແຈ້ງວ່າ ປະຊາຊົນມີໄຟຟ້າໃຊ້ຕາມປົກກະຕິແລ້ວບໍ່ຕໍ່າກວ່າ 88% ຫຼັງຈາກເກີດເຫດໄຟຟ້າດັບຄັ້ງໃຫຍ່ ຕັ້ງແຕ່ເວລາ 7:00 ໂມງຂອງມື້ດຽວກັນ.

ເຊິ່ງເຫດການນີ້ ໄດ້ກະທົບໄປເຖິງ ປາຣາໄກວ ທີ່ຢູ່ໃກ້ຄຽງເປັນເວລາສັ້ນໆດ້ວຍ ແລະ ຖືວ່າເປັນຄັ້ງທຳອິດທີ່ໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ ໃນອາກຊັງຕິນ ທີ່ມີປະຊາກອນຫຼາຍກວ່າ 44 ລ້ານຄົນ ແລະ ອຸຣຸໄກວ ທີ່ມີປະຊາກອນ 3,4 ລ້ານຄົນ ພ້ອມກັນທັງສອງປະເທດ.

ລັດຖະມົນຕີ ກະຊວງພະລັງງານ ອາກຊັງຕິນ ເປີດເຜີຍວ່າ:

ຍັງບໍ່ມີຂໍ້ມູນວ່າເກີດຫຍັງຂຶ້ນ ແຕ່ບໍ່ໜ້າຈະເກີດຈາກການໂຈມຕີທາງໄຊເບີ.

ທາງດ້ານ ສຳນັກງານການພະລັງງານ ອາກຊັງຕິນ ລຸບະວ່າ:

ລະບົບການເຊື່ອມຕໍ່ຫຼົ້ມເຫຼວ ເຮັດໃຫ້ໄຟຟ້າດັບຄັ້ງໃຫຍ່ ແລະ ເຄື່ອງກຳເນີດໄຟຟ້າ ບໍ່ສາມາດເຮັດວຽກທົດແທນໄດ້ ແຕ່ຍັງບໍ່ຮູ້ສາເຫດວ່າເກີດຈາກຫຍັງ.

ເຫດການນີ້ ເກີດຂຶ້ນໃນວັນພໍ່ຂອງອາກຊັງຕິນ ທີ່ຜູ້ຄົນມັກອອກໄປສະຫຼອງຕາມຮ້ານອາຫານ ເຮັດໃຫ້ຜູ້ປະກອບການຮ້ານອາຫານ ພາກັນກ່າວວ່າ: ເສຍລູກຄ້າທີ່ຈະໜາແໜ້ນກວ່າມື້ທຳມະດາ 2-3 ເທົ່າ; ຂະນະທີ່ ໂຮງໝໍທັ້ງພາກລັດ ແລະ ເອກະຊົນ ຍັງຄົງສາມາດໃຫ້ບໍລິການໄດ້ຕາມປົກກະຕິ ສ່ວນການເລືອກຕັ້ງເຈົ້າແຂວງໃນຫຼາຍໆແຂວງ ທີ່ມີຂຶ້ນໃນມື້ດຽວ ມີຂ່າວວ່າ ຜູ້ໃຊ້ສິດຕ້ອງໃຊ້ທຽນຊ່ວຍໃຫ້ຄວາມສະຫວ່າງ ຂະນະລົງຄະແນນສຽງ.