ເມັກຊິກ ພະຍາຍາມສະກັດຜູ້ອົບພະຍົບຂ້າມແດນ
ເມັກຊິກ ພະຍາຍາມສະກັດຜູ້ອົບພະຍົບຂ້າມແດນ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 17 ມິຖຸນາ ທີ່ຜ່ານມາ ວ່າ:

ທາງການເມັກຊິກ ວາງແຜນຈະສົ່ງ ກອງກຳລັງປົກປັກຮັກສາດິນແດນ ຈຳນວນ 6.000 ຄົນ ໄປຍັງຊາຍແດນທາງພາກໃຕ້ຕິດກັບ ກົວເຕມາລາ ໃນວັນທີ 18 ມິຖຸນານີ້ ເພື່ອສະກັດກຸ່ມຜູ້ອົບພະຍົບ ບໍ່ໃຫ້ຂ້າມຊາຍແດນ ເພື່ອໃຊ້ເປັນເສັ້ນທາງອົບພະຍົບເຂົ້າ ສະຫະລັດອາເມລິກາ.

ປະທານາທິບໍດີ ອັນເດຣສ ມານູເອສ ໂລເປສ ໂອບຣາດໍ ຂອງເມັກຊິກ ກ່າວໃນວັນທີ 15 ມິຖຸນາ ທີ່ຜ່ານມາ ວ່າ:

ເມັກຊິກ ຕ້ອງຊ່ວຍຊາວອາເມລິກາກາງ ທີ່ອົບພະຍົບໜີຄວາມທຸກຍາກ ແລະ ຄວາມຮຸນແຮງ. ດັ່ງນັ້ນ, ຈຶ່ງໄດ້ສົ່ງທະຫານເມັກຊິກ ທີ່ໃສ່ປອກແຂນສີດຳ ສັງກັດ ກອງກຳລັງປົກປັກຮັກສາດິນແດນແຫ່ງຊາດ ໄປປະຈຳການຢູ່ໃກ້ກັບຊາຍແດນກົວເຕມາລາ ໃນວັນທີ 16 ມິຖຸນາ ທີ່ຜ່ານມາ.

ທາງການເມັກຊິກ ວາງແຜນຈະສົ່ງ ກອງກຳລັງປົກປັກຮັກສາດິນແດນ ຈຳນວນ 6.000 ຄົນ ໄປຍັງຊາຍແດນທາງພາກໃຕ້ຕິດກັບ ກົວເຕມາລາ
ທາງການເມັກຊິກ ວາງແຜນຈະສົ່ງ ກອງກຳລັງປົກປັກຮັກສາດິນແດນ ຈຳນວນ 6.000 ຄົນ ໄປຍັງຊາຍແດນທາງພາກໃຕ້ຕິດກັບ ກົວເຕມາລາ

ແນວໃດກໍຕາມ, ບັນຫາຄວາມໝັ້ນຄົງຈາກຜູ້ອົບພະຍົບ ແລະ ແຮງກົດດັນຈາກ ສະຫະລັດອາເມລິກາ ມີຫຼາຍຂຶ້ນ ຈຶ່ງຕ້ອງພະຍາຍາມສະກັດຜູ້ອົບພະຍົບຂ້າມແດນ ເຮັດໃຫ້ປະທານາທິບໍດີເມັກຊິກ ຕ້ອງຍອມຄວບຄຸມກຸ່ມຜູ້ອົບພະຍົບຫຼາຍສິບຄົນທີ່ຂ້າມແດນ ເຂົ້າມາທາງຊາຍແດນພາກໃຕ້ ແລະ ຈະແກ້ໄຂສະຖານະການໃຫ້ດີຂຶ້ນ.

ສຳລັບຊາຍແດນທາງພາກໃຕ້ຂອງເມັກຊິກນັ້ນ ເປັນພື້ນທີ່ທີ່ລຳບາກໃນການລາດຕະເວນ ເນື່ອງຈາກເປັນປ່າທຶບ ແລະ ແມ່ນໍ້າ.