ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມຝຶກອົບຮົມຄຸນລັກສະນະການປ້ອງກັນ, ປິ່ນປົວຜູ້ທີ່ໄດ້ຮັບຜົນກະທົບຈາກຢາເສບຕິດ ໃຫ້ພະນັກງານທີ່ເຮັດວຽກຕົວຈິງກ່ຽວກັບການປິ່ນປົວຜູ້ຕິດຢາເສບຕິດ ໃນລະຫວ່າງ ວັນທີ 17-19 ມິຖຸນານີ້ ເພື່ອແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນເພື່ອກອບກູ້ເອົາຊີວິດ, ສຸຂະພາບຂອງກຸ່ມສ່ຽງທີ່ຖືກເຄາະຮ້າຍຈາກການຕິດຢາເສບຕິດ ໂດຍ ການເປັນປະທານຂອງ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາ ເສບຕິດ, ພ້ອມດ້ວຍນັກສໍາມະນາກອນຈາກພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັອ ອ່ອນຜິວ ໂຄ້ງວຽງທອງ ກ່າວວ່າ: ປັດຈຸບັນໃນທົ່ວປະເທດມີຜູ້ຕິດຢາເສບຕິດປະມານ 60.000 ກວ່າຄົນ. ໃນນີ້, ມີຜູ້ຕິດຝິ່ນ 10.000 ກວ່າຄົນ, ເຊິ່ງພັກ-ລັດ ໄດ້ສົມທົບກັບອົງການຈັດຕັ້ງສາກົນ ກໍຄືບັນດາປະ ເທດເພື່ອນມິດໃນການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂຶ້ນ 17 ແຫ່ງ ໃນທົ່ວປະ ເທດເປັນຂອງລັດຄຸ້ມຄອງ 14 ແຫ່ງ ແລະ ເອກະຊົນ 3 ແຫ່ງ, ເຊິ່ງໄລຍະຜ່ານມາ ສາມາດປິ່ນປົວຜູ້ຕິດຢາເສບຕິດປະເພດຕ່າງໆທັງໃນສູນ, ນອກສູນ ແລະ ຂັ້ນຊຸມຊົນ ສະເລ່ຍປະມານ 3.000-4.000 ເທື່ອຄົນຕໍ່ປີ ພາຍຫຼັງທີ່ ໄດ້ຮັບປິ່ນປົວດີແລ້ວ ກໍກັບໄປສູ່ສັງຄົມ ແລະ ສ່ວນຫຼາຍກໍໄດ້ກັບຄືນເປັນຄົນດີຂອງສັງຄົມ-ເປັນພົນລະເມືອງດີຂອງຊາດ.

ສຳລັບເອກະສານຝຶກອົບຮົມໃຫ້ນັກສຳມະນາກອນຄັ້ງນີ້ ປະກອບມີ 14 ຫົວຂໍ້ ຄື: ຄວາມຮູ້ທົ່ວໄປກ່ຽວກັບຫົວຂໍ້, ລັກສະນະຂອງການໃຊ້ຢາຜິດປົກກະຕິ ແລະ ຜົນກະທົບທາງດ້ານນະໂຍບາຍ; ນໍາສະເໜີກ່ຽວກັບການປ້ອງກັນ ແລະ ປຶກສາຫາລືໃນກຸ່ມ; ພື້ນຖານການອອກລິດທາງຈິດປະສາດຂອງສານເສບຕິດ; ລະບົບ ແລະ ມູມມອງລະດັບການໃຫ້ບໍລິການ, ປະສິດທິພາບການເພິ່ງພາ ຫຼື ຕົກ ເປັນທາດຢາເສບຕິດ, ການດູແລ ແລະ ຮັກສາສຸຂະພາບ; ພະຍາດຮ່ວມທີ່ເກີດຂຶ້ນດ້ານສຸຂະພາບຈິດ ແລະ ການໃຊ້ຢາທີ່ມີຄວາມຜິດປົກກະຕິດ້ວຍການມຸ້ງເນັ້ນດ້ານ ສາທາລະນະສຸກ ແລະອື່ນໆ ເພື່ອເຮັດໃຫ້ມີປະສິດທິພາບ ແລະ ຮັບປະກັນໃນການປ້ອງກັນ ແລະ ການປິ່ນປົວຜູ້ຕິດຢາເສບຕິດໃຫ້ດີຂຶ້ນເລື້ອຍໆ.