ກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ
ກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ

ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ ໃນວັນທີ 11 ມິຖຸນາ 2019, ເຂົ້າຮ່ວມໂດຍ ພັຕ ແສນໄຊ ພົນອາສາ ຮອງເລຂາຄະນະຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງ, ມີບັນດາຄະນະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມະຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.

ພັຕ ຄຳໄມ່ ພັນກ້າ ເລຂາໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2018, ເຊິ່ງປີຜ່ານມາ ຄະນະໜ່ວຍ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ບັນດາສະຫາຍສະມາຊິກຊາວໜຸ່ມ ໃຫ້ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດລະບຽບວິໄນຂອງກໍາລັງ ກໍຄື ລະບຽບຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນເປັນເຈົ້າການເຮັດສໍາເລັດໜ້າທີ່ ໃນການບໍລິການຮັບໃຊ້ປະຊາຊົນ, ເຮັດໃຫ້ສັງຄົມ ກໍຄື ຄອບຄົວຮາກຖານບ້ານ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເປັນກ້າວໆ.

ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ
ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ

ໂດຍຜ່ານການສະຫຼຸບຕີລາຄາປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ໃນປີຜ່ານມາ ເຫັນວ່າ:

ບຸກດ້ານແນວຄິດ ປະຕິບັດໄດ້ 90,63%, ດ້ານການຝຶກຝົນຫຼ່ໍຫຼອມຮໍ່າຮຽນ ປະຕິບັດໄດ້ 90,53%, ດ້ານການຈັ້ດຕັ້ງ ປະຕິບັດໄດ້ 90,58% ແລະ ດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ປະຕິບັດໄດ້ 90,55% ໂດຍສົມທຽບໃສ່ມາດຖານຕົວຈິງ ໜ່ວຍຊາວໜຸ່ມ ໄດ້ປະເພດແຂງ.

ພັຕ ຄຳໄມ່ ພັນກ້າ ເລຂາໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ພັຕ ຄຳໄມ່ ພັນກ້າ ເລຂາໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ພ້ອມນີ້, ກອງປະຊຸມ ຍັງໄດ້ທາບທາມຫາງສຽງຜູ້ທີ່ສະໝັກເປັນ ຄະນະຮາກຖານ ແລະ ຄະນະໜ່ວຍຊາວໜຸ່ມ ເພື່ອກະກຽມບຸກຄະລາກອນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.