ກອງປະຊຸມໂຕະມົນວ່າດ້ວຍການເສີມສ້າງຂີດຄວາມສາມາດໃນການປະຕິບັດກົດໝາຍ ຈັດຂຶ້ນໃນວັນທີ 19 ມິຖຸນາ 2019 ທີ່ ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືກັນກ່ຽວກັບບັນດາໜ້າວຽກທີ່ຈະຮ່ວມກັນປະຕິບັດໃນຕໍ່ໜ້າ, ເປັນປະທານຮ່ວມຂອງ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນແຫ່ງ ສປປ ລາວ ແລະ ທ່ານ ຫຼິວ ກົງຫົວ ອໍານວຍການວິທະຍາຄານຕໍາຫຼວດ ຢູນນານ ແຫ່ງ ສປ ຈີນ ມີບັນດາ ຜູ້ແທນປະເທດສະມາຊິກອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ, ຈາກຮົງກົງ, ມາເກົາ, ບັງ ກາລາເດັດ, ເນປານ, ສີລັງກາ ເຂົ້າຮ່ວມ.

ທ່ານ ຫຼິວ ກົງຫົວ ກ່າວວ່າ: ພາຍຫຼັງກອງປະຊຸມອໍານວຍການວິທະຍາຄານຕໍາຫຼວດຈີນ-ອາຊຽນ ແລະ ບັນ ດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ III ໄດ້ສໍາເລັດລົງ, ເຊິ່ງບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາເຫັນ ແລະ ປຶກສາຫາລືກັນໂດຍປິ່ນອ້ອມ ໂດຍສະເພາະແມ່ນວຽກງານສົ່ງເສີມພັດທະນາການຝຶກອົບຮົມ, ການ ສຶກສາຂອງຕໍາຫຼວດໃນພາກພື້ນຂອງແຕ່ລະປະເທດໄດ້ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ວຽກງານສົ່ງເສີມການຮ່ວມມືດ້ານການຝຶກອົບຮົມ, ການສຶກສາຂອງຕໍາຫຼວດໃນພາກພື້ນອາຊຽນ ແລະ ປະເທດອ້ອມຂ້າງ ສປ ຈີນ ແລະ ໄດ້ຖອດຖອນບົດຮຽນນໍາກັນ.

ພ້ອມທັງສົ່ງເສີມໃນດ້ານການຄົ້ນຄວ້າການສອນ, ການຝຶກອົບຮົມດ້ານການສຶກສາເພີ່ມທະວີຄວາມຮູ້ທີ່ດີຕໍ່ກັນ ສ້າງຄວາມເຂົ້າໃຈໃຫ້ກັນ ແລະ ຍັງໄດ້ສ້າງໄມຕີຈິດມິດຕະພາບອັນເລິກເຊິ່ງກາຍເປັນໝູ່ເພື່ອນທີ່ດີ, ເຊິ່ງການດໍາເນີນກອງປະຊຸມໃນຄັ້ງນີ້ ກໍເພື່ອໃຫ້ບັນດາສະມາຊິກປະເທດອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ໄດ້ແບ່ງປັນທັດສະນະໃໝ່ໆ ແລະ ແນວຄວາມຄິດໃໝ່ໃນການຮ່ວມມືໃນດ້ານການສຶກສາ, ການຝຶກອົບຮົມຂອງຕໍາຫຼວດໃນແຕ່ລະປະເທດ ເພື່ອເສີມຂະຫຍາຍການ ແລກ ປ່ຽນ ແລະ ການຮ່ວມມືເຊິ່ງກັນແລະກັນ ເພື່ອໃຫ້ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ໄດ້ຫັນເປັນຮູບປະທໍາ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມື ແລະ ແລກປ່ຽນທີ່ເປັນຮູບປະທໍາ, ຍາດເອົາໝາກຜົນແຫ່ງການຮ່ວມມືໃຫ້ເຕີບໃຫຍ່ ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນກອງປະຊຸມບັນດາຜູ້ແທນ ກໍໄດ້ຜັດປ່ຽນກັນມີຄໍາເຫັນໃນການແລກປ່ຽນເຊິ່ງກັນແລະກັນ ໂດຍເນັ້ນໃສ່ບັນຫາສໍາຄັນ ຄື: ຫົວຂໍ້ຢຶດໝັ້ນນໍ້າໃຈຮ່ວມກັນຄົ້ນຄວ້າຮ່ວມກັນສຶກສາ, ຮ່ວມກັນກໍ່ສ້າງ ແລະ ຮ່ວມກັນແບ່ງປັນສືບຕໍ່ຖອດຖອນບົດຮຽນເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນຊຸກຍູ້ປັບປຸງຮູບແບບການເສີມສ້າງຂີດຄວາມສາມາດການບັງຄັບໃຊ້ກົດໝາຍທີ່ເໝາະສົມ, ຊຸກຍູ້ໃຫ້ວິທະຍາຄານຂອງແຕ່ລະປະເທດສ້າງກົນໄກການຮ່ວມມືແລກປ່ຽນລະຫວ່າງສະຖາບັນການສຶກສາ ໂດຍການໃຊ້ວິທີທາງການຢ້ຽມຢາມກັນເປັນປະຈໍາແລກປ່ຽນບຸກຄະລາກອນຄູ-ອາຈານການແລກປ່ຽນນັກສຶກສາການຮ່ວມກັນຊົມໃຊ້ຫຼັກສູດການສຶກສາຄົ້ນ ຄ້ວາ ແລະ ບັນຫາອື່ນໆ ເພື່ອສ້າງສະຖານະການໃໝ່ໃນການຊົມໃຊ້ຊັບພະຍາກອນການສຶກສາຂອງຕໍາຫຼວດຮ່ວມກັນຢູ່ໃນພາກພື້ນ ແລະ ລະດັບການຝຶກອົບຮົມຮ່ວມກັນ.