ໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອັດຕະປື ຮັບສະມາຊິກພັກໃໝ່

0
1383

ໃນອາທິດຜ່ານມາ, ໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ຮ່ວມກັບ ໜ່ວຍພັກຫ້ອງ 504 ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີຮັບເອົາມະຫາຊົນຜູ້ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ, ເປັນປະທານໂດຍ ສະຫາຍ ພັທ ບັນດິດ ສີວິໄລ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະໜ່ວຍພັກຫ້ອງການເມືອງ, ໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ແລະ ໜ່ວຍພັກຫ້ອງ 504 ຕະຫຼອດຮອດສະມາຊິກພັກສຳຮອງ-ສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ວິໄຊ ແກ້ວມະນີ ກ່າວວ່າ:

ສະຫາຍ ພັທ ບຸນຍົງ ແກ້ວສຸດທິຈັກ ຄະນະພັກ ຫົວໜ້າຫ້ອງການເມືອງ
ສະຫາຍ ພັທ ບຸນຍົງ ແກ້ວສຸດທິຈັກ ຄະນະພັກ ຫົວໜ້າຫ້ອງການເມືອງ

ການຫົວໜ້າຄ້າຍຄຸມຂັງ-ດັດສ້າງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະພັກ ກອງບັນຊາການ ປກສ ແຂວງ ສະບັບເລກທີ 129 ແລະ 130/ຄພ.ປກສຂ ລົງວັນທີ 30 ມິຖຸນາ 2019 ວ່າດ້ວຍ ການອະນຸມັດມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ. ໃນນັ້ນ, ມະຫາຊົນກ້າວໜ້າ ເລື່ອນເປັນສະມາຊິກພັກສຳຮອງ ຂອງໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ມີຈໍານວນ 6 ສະຫາຍ ແລະ ສະມາຊິກພັກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ; ສ່ວນໜ່ວຍພັກຫ້ອງ 504 ແມ່ນໄດ້ເລື່ອນສະມາຊິກພັກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ.

ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ແລະ ຄົບມາດຖານເງື່ອນໄຂ
ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ແລະ ຄົບມາດຖານເງື່ອນໄຂ

ໃນວັນດຽວກັນ, ກອງບັນຊາການ ປກສ ແຂວງອັດຕະປື ຍັງໄດ້ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ແລະ ຄົບມາດຖານເງື່ອນໄຂ ໃນການເຂົ້າຮຽນສະໜັບສະໜູນ, ພາຍໃຕ້ການເຂົ້າຮ່ວມບັນຍາຍເອກະສານໂດຍ ສະຫາຍ ພັທ ບຸນຍົງ ແກ້ວສຸດທິຈັກ ຄະນະພັກ ຫົວໜ້າຫ້ອງການເມືອງ ພ້ອມດ້ວຍມະຫາຊົນກ້າວໜ້າ ຈາກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມທັງໝົດ 53 ສະຫາຍ ຍິງ 14 ສະຫາຍ.