ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ພ້ອມຄະນະການນຳ ຂັ້ນສູງຂອງກະຊວງ ປກສ ໄດ້ສໍາເລັດການເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ X ສໍາລັບເຈົ້າໜ້າທີ່ການນໍາຂັ້ນສູງດ້ານວຽກງານຄວາມໝັ້ນຄົງທີ່ຈັດຂຶ້ນໃນລະຫວ່າງວັນ ທີ 15-23 ມິຖຸນາ 2019 ທີ່ເມືອງຢູຟາ ສະ ຫະພັນລັດເຊຍ ແລະ ໄດ້ເດີນທາງກັບຄືນປະເທດ, ໃຫ້ການຕ້ອນຮັບໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ມິຄາອິນ ບາ ຣານັອບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ທ່ານລັດຖະມົນຕີກະຊວງ ປກສ ກ່າວວ່າ: ການເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ X ສໍາລັບເຈົ້າໜ້າທີ່ການນໍາຂັ້ນສູງດ້ານວຽກງານຄວາມໝັ້ນຄົງໃນຄັ້ງນີ້ແມ່ນມີຜົນສໍາເລັດເປັນຢ່າງດີ ແລະ ໄດ້ພົບປະ 2 ຝ່າຍກັບບັນດາລັດຖະມົນຕີຂອງສະຫະພັນລັດເຊຍ, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການຮັກສາຄວາມສະຫງົບປອດໄພ, ຕ້ານການກໍ່ການຮ້າຍ ແລະ ສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຮັບປະກັນໃຫ້ທັງສອງປະເທດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ.

ພ້ອມນີ້, ຍັງເປັນການຢ້ຽມຢາມ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນກະຊວງ ປກສ ແລະ ສະຫະພັນລັດເຊຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.