ທ່ານ ບຸນຜັນ ທຳມະວົງ - ທ່ານ ໂນນສະຫວັນ ສີຫາລາດ
ທ່ານ ບຸນຜັນ ທຳມະວົງ - ທ່ານ ໂນນສະຫວັນ ສີຫາລາດ

ໃນອາທິດຜ່ານ, ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມວຽກງານຕິດຕາມກວດກາ ການປະຕິບັດກົດໝາຍ, ສະຖານທີ່ກັກຕົວ, ກັກຂັງ ແລະ ດັດສ້າງ ເຊິ່ງເປັນປະທານໂດຍ ທ່ານ ບຸນຜັນ ທຳມະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ໂດຍມີ ທ່ານ ໂນນສະຫວັນ ສີຫາລາດ ຮອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະຮັບຜິດຊອບມາຈາກ ກົມຕິດຕາມຄຸມຂັງ-ດັດສ້າງ ແລະ ພະນັກງານຈາກ ອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການເຂດ 1 ເຂົ້າຮ່ວມ.

ທ່ານ ໂນນສະຫວັນ ສີຫາລາດ ຮອງຫົວໜ້າກົມຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ ກ່າວວ່າ:

ໃນການຕິດຕາມກວດກາ ການປະຕິບັດກົດໝາຍ ໃນສະຖານກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງຂອງ ອົງການໄອຍະການປະຊາຊົນ ຮັບປະກັນໃຫ້ແກ່ການກັກຕົວ, ການກັກຂັງ, ການປ່ອຍຕົວ, ການປະຕິບັດຕັດອິດສະຫຼະພາບ ໃຫ້ຖືກຕ້ອງຕາມເງື່ອນໄຂ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ໃນນີ້, ເພື່ອເປັນການເພີ່ມທະວີຄວາມຮັບຜິດຊອບຂອງ ເຈົ້າໜ້າທີ່ ຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍຄຸມຂັງ-ດັດສ້າງ ໃນການປະຕິບັດໜ້າທີ່ວຽກງານ ເພື່ອເປັນການປະສານສົມທົບວຽກງານລະຫວ່າງ ອົງການໄອຍະການປະຊາຊົນ ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວ, ການປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ຖືກກັກຕົວ, ຜູ້ຖືກກັກຂັງ, ຜູ້ຖືກປະຕິບັດໂທດຕັດອິດສະຫຼະພາບ ແລະ ທັງຮັບປະກັນຫຼັກການມະນຸດສະທຳ ຕາມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມວຽກງານຕິດຕາມກວດກາ ການປະຕິບັດກົດໝາຍ, ສະຖານທີ່ກັກຕົວ, ກັກຂັງ ແລະ ດັດສ້າງ
ກອງປະຊຸມວຽກງານຕິດຕາມກວດກາ ການປະຕິບັດກົດໝາຍ, ສະຖານທີ່ກັກຕົວ, ກັກຂັງ ແລະ ດັດສ້າງ

ຈາກນັ້ນ, ທ່ານປະທານ ໄດ້ຕັ້ງຄຳຖາມເຈາະຈິ້ມໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍຄື ພະນັກງານອົງການໄອຍະການປະຊາຊົນແຂວງ ແລະ ພະນັກງານທີ່ມາຈາກ ກົມຕິດຕາມກວດກາ ເພື່ອປຶກສາຫາລືກ່ຽວກັບ ບັນຫາຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ໃຫ້ມີຄວາມເຂົ້າໃຈ ແລະ ນຳໄປຈັດຕັ້ງໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.