ຄະນະພັກຮາກຖານ ຄະນະ ບັນນາທິການຂ່າວສານ (ຄບສ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາຕາມເນື້ອໃນກໍ່ສ້າງພັກຮາກຖານປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາໄຕມາດ II ແລະ ວາງທິດທາງແຜນການ ປະຈໍາໄຕມາດ III ປີ 2019 ໃນວັນທີ 24 ມິຖຸນາ ຜ່ານມາ, ເປັນປະທານໂດຍສະ ຫາຍ ພັອ ສີພັນດອນ ຫວ່າງບົວຊົງ ຄະນະປະຈໍາພັກກົມໃຫຍ່ ເລຂາຄະນະພັກຮາກຖານ ຫົວ ໜ້າ ຄບສ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກ ພາຍໃນກົມເຂົ້າຮ່ວມ.


ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຄບສ

ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຄບສ ກ່າວວ່າ: ໃນໄລຍະ 3 ເດືອນຜ່ານມາ, ຄະນະພັກຮາຖານ ຄບສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງ ເປັນປົກກະຕິດ້ວຍຫຼາຍຮູບການ, ຫຼາຍວິທີການ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາ ມາດເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມຮັບຮູ້ກໍາແໜ້ນແນວທາງນະໂຍບາຍຂອງພັກ ທັງນໍາໄປຈັດຕັ້ງຜັນຂະຫຍາຍເປັນແຜນການຂອງຮາກຖານພັກສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງມີຜົນສໍາເລັດເປັນຢ່າງດີ; ພ້ອມນີ້, ຄະນະພັກຮາກຖານໄດ້ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເຮັດວຽກມີແບບແຜນມີໂຄງການ, ມີການຊຸກຍູ້ຕິດຕາມກວດກາ ແລະ ສະຫຼຸບປະເມີນຜົນຕາມແຜນການທີ່ໄດ້ວາງໄວ້.

ຄຽງຄູ່ກັນນີ້, ດ້ານວຽກງານວິຊາສະເພາະທຸກໜ່ວຍພັກທີ່ຂຶ້ນກັບໄດ້ຊີ້ນໍາສະມາຊິກພັກ, ພະນັກງານ-ນັກຮົບເຄື່ອນໄຫວຕາມໜ້າທີ່ພາລະບົດບາດສື່ມວນຊົນຂອງກໍາລັງ ປກສ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກໍາລັງ ປກສ, ເຫດການທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມມານໍາສະເໜີ ເປັນຕົ້ນແມ່ນວຽກງານໜັງສືພິມ, ໜັງສືພິມມີ 16 ໜ້າ, ບໍລິມາດການພິມ 2.000 ສະບັບຕໍ່ວັນ, ຊີ້ ນຳ-ນຳພາພະນັກງານ-ນັກຮົບເຄື່ອນໄຫວສໍາພາດ-ເກັບກໍາຂໍ້ມູນຂ່າວ, ຖ່າຍຮູບຂ່າວຢູ່ບັນດາກົມກອງອ້ອມຂ້າງກະຊວງ, ນະຄອນຫຼວງ ແລະ ຮັບຂ່າວຕ່າງແຂວງ, ຂຽນບົດ-ຂ່າວ, ກວດແກ້ເນື້ອໃນບົດ-ຂ່າວ, ພ້ອມທັງໄດ້ກະ ຈາຍຂ່າວຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ວາລະສານໄດ້ສຳເລັດຕາມລະດັບຄາດໝາຍ.

ສຳລັບທິດທາງແຜນການປະຈໍາໄຕມາດ III ຄະນະພັກຮາກຖານ ຄບສ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ລົງເລິກໃກ້ຊິດຕິດແທດນໍາພາແນວຄິດພະນັກງານ-ນັກຮົບຢ່າງເປັນປະຈໍາ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນພາຍໃນພັກ ເຊັ່ນ: ຕ້ານແນວຄິດສວຍໃຊ້ໂອກາດພະຍາດອາດຍາສິດ, ຫຼິ້ນກິນຟູມເຟືອຍ, ແກ້ໄຂບັນຫາໜີ້ສິນຄຸມເຄືອ, ສ້າງພະນັກງານສະມາຊິກພັກເປັນແບບ ຢ່າງທີ່ດີຕໍ່ມະຫາຊົນຕໍ່ສັງຄົມ ເພື່ອສ້າງຮາກຖານພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ.