ໃນອາທິດທີ່ຜ່ານມາ, ພະແນກພາຍໃນ ແຂວງຜົ້ງສາລີ ຮ່ວມກັບ ກະຊວງພາຍໃນ ໄດ້ເປີດກອງປະຊຸມເຜີຍແຜ່ ແລະ ແນະນຳ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ດຳລັດ ວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ, ເຊິ່ງພາຍໃຕ້ການເຜີຍແຜ່ໂດຍ ທ່ານ ສົມພາບ ດາລາຈັກ ຫົວໜ້າພະແນກພາຍໃນ ແຂວງ ແລະ ທ່ານ ນາງ ຄຳສະໜຽມ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ, ພ້ອມທັງມີ ບັນດາທ່ານກຳມະການພັກແຂວງ, ຫົວໜ້າພະແນກ ແລະ ພະນັກງານ-ວິຊາການ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ ແລະ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ ໃນກອງປະຊຸມ ປະກອບມີດັ່ງນີ້:

  • ດໍຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ເລກທີ 300/ລບ ລົງວັນທີ 13 ກັນຍາ 2017
  • ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດດຳລັດ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ເລກທີ 06/ພນ ລົງວັນທີ 2 ພຶດສະພາ 2018
  • ຄູ່ມືແນະນຳການຈັດຕັ້ງປະຕິບັດ ການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ເລກທີ 01/ປພນ ລົງວັນທີ 29 ສິງຫາ 2018
  • ດຳລັດ ວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາ ບຸກຄະລາກອນ ເລກທີ 294/ລບ ລົງວັນທີ 4 ກັນຍາ 2017
  • ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ເລກທີ 07/ພນ ລົງວັນທີ 2 ມິຖຸນາ 2018
  • ຄູ່ມືການວາງແຜນການຝຶກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ເລກທີ 02/ປພນ ລົງວັນທີ 17 ຕຸລາ 2018
  • ລະບົບການປະເມີນຜົນ ພະນັກງານ-ລັດຖະກອນ ຜ່ານໂປແກຣມເອັກເຊວ (Excel)

ນອກຈາກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ຍັງໄດ້ລົງທົດລອງປະຕິບັດຕົວຈິງ ກ່ຽວກັບ ການນຳໃຊ້ ລະບົບສັງລວມຄະແນນວຽກງານ ການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ.

ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ແມ່ນ

ເພື່ອແນໃສ່ເຮັດໃຫ້ວຽກງານ ພະນັກງານ-ລັດຖະກອນ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ແລະ ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ; ພ້ອມທັງແນໃສ່ເຮັດໃຫ້ວຽກງານ ການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ບັນດາ ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການປົກຄອງ ແຂວງຜົ້ງສາລີ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.

ພ້ອມນັ້ນ, ກໍເພື່ອເຮັດໃຫ້ ພະນັກງານ-ລັດຖະກອນ ຢູ່ແຂວງຜົ້ງສາລີ ປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຕົນ ໃຫ້ພັດທະນາຂຶ້ນເປັນກ້າວໆ.