ໃນວັນທີ 25 ມິຖຸນາຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-25 ມິຖຸນາ 2019.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຈິງດິງ ຢຸງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງເປັນການທົບທວນຄືນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍຕໍ່ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນຳສອງປະເທດ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານ ແລະ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ແລະ ຍັງໄດ້ຕີລາຄາສູງຕໍ່ການນຳຂອງສອງປະເທດລາວ-ຫວຽດ ນາມ ທີ່ໄດ້ເອົາໃຈໃສ່ຕິດຕາມ, ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງສອງກົມການເມືອງ, ຂໍ້ຕົກລົງຂອງສອງຄະ ນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ບັນດາຂໍ້ຕົກລົງສັນຍາອື່ນໆ ກໍຄືຜົນການຢ້ຽມຢາມຂອງບັນດາການນໍາຂັ້ນສູງພັກ-ລັດຂອງສອງປະເທດ, ຕີລາຄາສູງການຮ່ວມມືທາງດ້ານພະລັງງານໄຟຟ້າ ພາຍຫຼັງທີ່ສອງຝ່າຍໄດ້ເຊັນສັນຍາ MOU ຮ່ວມກັນນັບແຕ່ປີ 2016 ເປັນຕົ້ນມາ ແລະ ໄດ້ສະແດງຄວາມຂອບໃຈມາຍັງພັກ-ລັດ ຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍ-ນ້ອງທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ໃນຂະນະດຽວກັນ, ທ່ານ ຈິງດິງ ຢຸງ ກໍໄດ້ລາຍງານຜົນຂອງ ກອງປະຊຸມພົບປະປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຂອງ ທັງສອງທ່ານ ນາຍົກລັດຖະມົນຕີລາວ ແລະ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ເພື່ອສຸມໃສ່ແກ້ໄຂບັນດາວຽກທີ່ຍັງຄ້າງຄາ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດ ຕາມກຳນົດໄວ້; ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ແລະ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງຂອງ ຫວຽດນາມ ໃນການປະສານສົມທົບກັບ ຝ່າຍລາວ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ຮ່ວມລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ຫຼາຍຂຶ້ນ ແລະ ມີບາດກ້າວອັນໃໝ່ ໃຫຍ່ກວ່າເກົ່າ.

ຂ່າວຍັງໃຫ້ຮູ້ຕື່ມ ວ່າ:

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣີນີ ມາເຣຍ ນີໂຊມ ຣາໂນ ( Mrs. Rini Mariani Soemarno ) ລັດຖະມົນຕີ ກະຊວງລັດວິສາຫະກິດ ຂອງອິນໂດເນເຊຍ ພ້ອມຄະນະ ເພື່ອເຂົ້າລາຍງານຈຸດປະສົງຂອງ ການຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ ລາວ ໂດຍສະເພາະແມ່ນ ເສີມຂະຫຍາຍ ການຮ່ວມມືທາງດ້ານການຄ້າ – ການລົງທຶນ ລະຫວ່າງສອງປະເທດ ລາວ – ອິນໂດເນເຊຍ ໃຫ້ມີທ່າຂະຫຍາຍຕົວສູງຂຶ້ນ ແລະ ທັງເປັນການເສີມຂະຫຍາຍ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.