ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະຊາວໜຸ່ມຮາກຖານບ້ານນາສ້າງໄຜ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2019, ເຂົ້າຮ່ວມໂດຍ ທ່ານ ນາງ ພອນວິໄລ ໄຊປັນຍາ ປະທານກວດກາພັກ-ລັດ ເມືອງໄຊເສດຖາ, ມີປະທານແນວໂຮມ ບ້ານ, ເລຂາພັກບ້ານ, ເລຂາຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະຊາວໜຸ່ມຮາກຖານບ້ານນາສ້າງໄຜ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ທ່ານ ນາງ ພິດສີດາ ບຸນພອນໄຊ ເລຂາຄະນະຊາວໜຸ່ມຮາກຖານບ້ານນາສ້າງໄຜ່ ກ່າວວ່າ: ຕະຫຼອດໄລຍະຜ່ານມາ ຄະນະຊາວໜຸ່ມຮາກຖານບ້ານນາສ້າງໄຜ່ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍແນໃສ່ ຖັນແຖວຊາວໜຸ່ມ-ໄວໜຸ່ມໄດ້ຮັບຮູ້ເຊື່ອມຊຶມ, ກໍາແໜ້ນ ແລະ ມີສະຕິຕໍ່ການຈັດຕັ້ງ, ຕັ້ງໜ້າປະກອບສ່ວນເຂົ້າໃນການ ປະຕິບັດລະບຽບກົດໝາຍ, ລະບຽບຂອງຊາວໜຸ່ມ, ຜັນຂະຫຍາຍໃຫ້ຊາວໜຸ່ມ-ໄວໜຸ່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທໍາປະຕິວັດ, ເປັນຜູ້ຈົງ ຮັກພັກດີຕໍ່ລະບຽບໃໝ່ ແລະ ເປັນຜູ້ສືບທອດພາລະກິດປ່ຽນແປງໃໝ່ຂອງພັກ, ເຄື່ອນໄຫວຕາມສິດ ແລະ ພາລະບົດ ບາດຂອງຕົນ ໂດຍຖືເອົາຂໍ້ແຂ່ງຂັນ 4 ບຸກ, ຄໍາຂວັນ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ; ຄຽງຄູ່ກັນນີ້ ສະມາຊິກຊາວໜຸ່ມຍັງໄດ້ເຂົ້າຮ່ວມຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍການເຂົ້າຮ່ວມປ້ອງກັນເວນຍາມງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ປ້ອງກັນກອງປະຊຸມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ປ້ອງກັນງານສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ-ຂອງຊາດຢ່າງເປັນຂະບວນຟົດຟື້ນ, ພ້ອມທັງໄດ້ເຂົ້າຮ່ວມຂະບວນການບາດກ້າວທີ 3 ກັບຄະນະສະເພາະກິດຂັ້ນເມືອງ ໃນການມ້າງເທີບ-ເງີບ ເພື່ອຈັດສັນຄວາມເປັນລະ ບຽບຮຽບຮ້ອຍ ໂດຍມີສະມາຊິກເຂົ້າ ຮ່ວມ 321 ເທື່ອຄົນ ຍິງ 121 ເທື່ອຄົນ.

ພິທີປ່ອນບັດຂອງຄະນະຊາວໜຸ່ມຮາກຖານບ້ານນາສ້າງໄຜ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໃນ 5 ປີ ຕໍ່ໜ້າ ຄະນະຊາວໜຸ່ມຮາກ ຖານບ້ານນາສ້າງໄຜ່ ຈະເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກຊາວໜຸ່ມ-ໄວໜຸ່ມ ໃຫ້ມີນໍ້າໃຈ ຮັກຊາດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງອົງການຈັດຕັ້ງຊາວໜຸ່ມ, ຍົກລະດັບຄວາມຮູ້-ຄວາມສາມາດ ໃນດ້ານການນໍາພາຂອງຄະນະຮາກຖານຊາວໜຸ່ມ ເພື່ອຄວາມຊໍານິຊໍານານ, ນໍາໃຊ້ເຂົ້າໃນວຽກງານຊາວໜຸ່ມໃຫ້ນັບມື້ມີປະສິດທິຜົນຂຶ້ນ.

ໃນກອງປະຊຸມຍັງໄດ້ມີການປ່ອນບັດເລືອກເອົາຄະນະຊາວໜຸ່ມຮາກຖານບ້ານຊຸດໃໝ່ ໂດຍມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ແລະ ໄດ້ເຫັນດີເປັນເອກະພາບເລືອກເອົາ ທ່ານ ໄມພອນ ເກດວຽງໄຊ ເປັນເລຂາ, ທ່ານ ນາງ ມີນາ ບົວໝາຍວົງ ເປັນຮອງເລຂາ ແລະ ອີກ 3 ທ່ານ ເປັນຄະນະ.