ພາຍຫຼັງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ປິດລົງຢ່າງເປັນທາງການໃນວັນທີ 28 ມິຖຸນາ 2019 ທີ່ໄດ້ດໍາເນີນມາເປັນເວລາ 3 ວັນຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະຮອງນາຍົກລັດຖະມົນຕີ, ຄະນະລັດຖະມົນຕີ ແຕ່ລະ ກະຊວງ, ເຈົ້່າແຂວງ-ນະຄອນຫຼວງ, ສະມາຊິກລັດຖະບານ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບສະຫຼຸບຕີລາຄາກ່ຽວກັບການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມ ພ້ອມເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ໄດ້ຖະແຫຼງກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ວັນ ລັດຖະບານ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາຕໍ່ 3 ກຸ່ມເນື້ອໃນສຳຄັນ ຄື: ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2019; ທິດ ທາງແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2020; ຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ບັນຫາພົ້ນເດັ່ນຈຳນວນໜຶ່ງ; ສະຫຼຸບຕີລາຄາກ່ຽວກັບການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມ ພ້ອມເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນໄລຍະ 3 ປີທີ່ຜ່ານມາ ແລະ ທິດທາງຕໍ່ໜ້າ.

ສໍາລັບບົດລາຍງານຄວາມຄືບໜ້າກ່ຽວກັບການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນ 6 ເດືອນທ້າຍປີ, ກອງປະຊຸມໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງປະເທດຕ່າງໆ ແລະ ອົງການສາກົນ ກໍຄືປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນປະເທດຕໍ່ການແກ້ໄຂໄພພິບັດຜ່ານມາ. ພ້ອມກັນນີ້, ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບການສະຫຼຸບການແກ້ໄຂໄພພິບັດໃນໄລຍະຜ່ານມາ ແລະ ແຜນກະກຽມຄວາມ ພ້ອມເພື່ອຮັບມືກັບໄພພິບັດໃນ 6 ເດືອນ ທ້າຍປີ ເປັນຕົ້ນແມ່ນກຳນົດຍຸດທະສາດໃນການຕອບໂຕ້ໄພພິບັດໂດຍການກໍານົດຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານໃນການຕອບໂຕ້ເຫດການໄພພິບັດ, ການຄຸ້ມຄອງ, ການປະສານງານ; ຕິດຕາມ ແລະ ວິເຄາະສະຖານະການ ແນວໂນ້ມໄພພິບັດທີ່ອາດຈະເກີດຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ, ປະສານສົມທົບແໜ້ນກັບບັນດາຂະແໜງການຂອງສູນກາງ ແລະ ທ້ອງຖິ່ນ.

ເພື່ອກະກຽມຄວາມພ້ອມດ້ານຕ່າງໆຕາມສະພາບຄວາມເປັນຈິງ (ງົບປະມານ, ກຳລັງຄົນ, ພາຫະນະ, ອຸປະກອນ, ເຄື່ອງຊ່ວຍເຫຼືອບັນເທົາທຸກ ແລະອື່ນໆ ); ຮີບຮ້ອນປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຕາມຄໍາເຫັນຂອງກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ເພື່ອ ນໍາສະເໜີຄະນະປະຈໍາສະພາແຫ່ງຊາດພິຈາ ລະນາ ແລະ ປະກາດໃຊ້ ໂດຍໄວແນໃສ່ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໄພພິບັດ, ໃຫ້ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງການຟື້ນຟູຜົນກະທົບຈາກໄພພິບັດນ້ຳຖ້ວມປີ 2018 ໂດຍສະ ເພາະຢູ່ສະໜາມໄຊ ເປັນຕົ້ນແມ່ນການຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໂດຍໃຫ້ຮີບຮ້ອນເຈລະຈາກັບບໍລິສັດພັດທະນາເຂື່ອນກ່ຽວກັບຄວາມຮັບຜິດຊອບຂອງບໍລິສັດ.