ໃນວັນທີ 24 ມິຖຸນາ 2019, ຮາກຖານພັກກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ III, ເປັນປະທານໂດຍ ພັທ ແກ້ວສຸວັນ ວັນນະແຝງ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ເຂົ້າຮ່ວມໂດຍ ທ່ານ ບຸນສອນ ຄຸນໄຊລິດາ ເລຂາພັກເມືອງ ເຈົ້າເມືອງໆບໍລິຄັນ ແລະ ພັທ ຄໍາແພງ ນໍາພາວັນ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະຈັດຕັ້ງເມືອງ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ທ່ານ ຄໍາສີ ບຸນທອນ ຮອງຫົວໜ້າ ຄະນະຈັດຕັ້ງ ເມືອງບໍລິຄັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກ ແຂວງບໍລິຄໍາໄຊ ສະບັບເລກທີ່ 80/ຄປພ.ຂບຊ, ລົງວັນທີ 9 ເມສາ 2019 ວ່າດ້ວຍ ການມອບບັດສະມາຊິກພັກ ໃຫ້ກັບ ສະມາຊິກພັກສົມບູນ ໃນຄະນະພັກຮາກຖານ ປກສ ເມືອງບໍລິຄັນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ໃນຈໍານວນ 5 ໜ່ວຍພັກ, ມີ 30 ສະຫາຍ ຍິງ 8 ສະຫາຍ ແລະ ຜ່ານມະຕິຕົກລົງ ເລກທີ 143/ຄປພ.ຂບຊ ລົງວັນທີ 25 ເມສາ 2019 ວ່າດ້ວຍ ການຢັ້ງຢືນເອົາໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ປກສ ເມືອງບໍລິຄັນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ຈໍານວນ 5 ໜ່ວຍພັກ ຄື: ໜ່ວຍພັກພະແນກຕໍາຫຼວດ, ໜ່ວຍພັກພະແນກພະລາ-ການເມືອງ, ໜ່ວຍພັກພະແນກສັນຕິບານ, ໜ່ວຍພັກພະແນກຫ້ອງການ-ຄຸ້ມຄອງສໍາມະໂນຄົວ, ໜ່ວຍພັກ ປກສ ກຸ່ມຜາເມືອງ, ມອບບັດສະມາຊິກພັກສົມບູນ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມອບໂດຍ ທ່ານ ບຸນສອນ ຄຸນໄຊລິດາ ເລຂາພັກເມືອງ ເຈົ້າເມືອງບໍລິຄັນ.

ໃນຕອນທ້າຍ, ທ່ານ ເຈົ້າເມືອງໆ ບໍລິຄັນ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ ທິດຊີ້ນໍາສະມາຊິກພັກ ເອົາໃຈໃສ່ໃນການ ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດສິນ ທໍາປະຕິວັດ ແລະ ເປັນແບບຢ່າງນຳໜ້າ ໃຫ້ແກ່ມະຫາຊົນ, ສະຫາຍຍັງໄດ້ເນັ້ນ ໜັກໃຫ້ຄະນະພັກຮາກຖານ, ໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ຈົ່ງເຊີດຊູ້ ບົດບາດການນໍາພາ, ເປັນແບບຢ່າງໃນ ທຸກຂົງເຂດວຽກງານ, ເອົາໃຈໃສ່ຕີລາ ຄາຄືນຜົນຂອງການຈັດຕັ້ງປະຕິບັດ, ຊອກຫາຂໍ້ຄົງຄ້າງໃຫ້ພົບ ແລະ ພ້ອມ ກັນປັບປຸງປົວແປງໃຫ້ດີຂຶ້ນ, ມີຄວາມ ຈິງໃຈໃນການຕໍານິສົ່ງຂ່າວເຊິ່ງກັນແລະ ກັນ ໂດຍອີງໃສ່ການຈັດຕັ້ງປະຕິບັດ 5 ຫຼັກການ 3 ທິດນໍາ ຂອງພັກຢ່າງເຂັ້ມແຂງ ເພື່ອກໍ່ສ້າງສະມາຊິກພັກ, ໜ່ວຍພັກ ໃຫ້ ໄດ້ນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນປີຕໍ່ໄປ.