ສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມໃຫຍ່ຄັ້ງທີ 5 ໃນວັນທີ 21 ມິຖຸນາ 2019, ເປັນປະທານ ທ່ານ ອິນທະວົງ ໂຄດປັນຍາ ປະທານສະຫະ ພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ທ່ານ ຮສຈ ພູວົງ ອຸ່ນຄຳແສນ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະປະທານ-ຮອງປະທານສະຫະພັນກຳ ມະບານ, ແຂກຖືກເຊີນ ແລະ ສະມາຊິກສະຫະພັນກຳມະບານ ເຂົ້າຮ່ວມ.

ທ່ານ ອິນທະວົງ ໂຄດປັນຍາ ກ່າວວ່າ: ສະມາຊິກກຳມະບານທຸກສະຫາຍ ສາມາດກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແລະ ຂອງອົງການຈັດຕັ້ງກຳມະບານເປັນຢ່າງດີ, ເຊິ່ງສະແດງອອກສະມາຊິກກຳມະບານມີຄວາມເຊື່ອໜັ້ນສູງຕໍ່ການນຳພາຂອງພັກຕໍ່ອຸດົມການສັງຄົມນິຍົມ, ມີຄວາມເຄົາລົບຕໍ່ອົງການຈັດຕັ້ງກຳມະບານ ທີ່ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດອັນຊອບທຳ ແລະ ປະຕິບັດໜ້າທີ່ການ ເມືອງທີ່ໄດ້ຮັບການມອບໝາຍສຳເລັດ ຜົນຫຼາຍດ້ານ, ພະນັກງານຄູ-ອາຈານ ໄດ້ຕັ້ງໜ້າປະຕິບັດໜ້າທີ່ການສິດສອນ, ຄົ້ນຄວ້າວິທະຍາສາດຮັບໃຊ້ການຮຽນ-ການສອນ ເຮັດໃຫ້ຊຸດຮຽນຕ່າງໆໄດ້ຮັບ ການຈັດຕັ້ງປະຕິບັດໄປຕາມໂຄງການ ຫຼັກສູດການຮຽນການສອນ ຕາມທິດຊີ້ນຳຂອງຄະນະພັກ-ຄະນະອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ວາງອອກ ຕິດພັນກັບການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານ ລາວ ວາງອອກໃຫ້ປະກົດຜົນເປັນຈິງ.

ກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມໃຫຍ່ ຄັ້ງທີ 5

ໃນ 5 ປີທີ່ຜ່ານມາ ມີພະນັກງານທີ່ເປັນສະມາຊິກກຳມະບານ ດີເດັ່ນ 236 ຄົນ, ຍິງ 106 ຄົນ. ໃນນັ້ນ, ປະເພດ 1 ມີ 94 ຄົນ, ຍິງ 36 ຄົນ, ປະເພດ 2 ມີ 114 ຄົນ, ຍິງ 50 ຄົນ, ປະເພດ 3 ມີ 28 ຄົນ, ຍິງ 20 ຄົນ, ຄູ-ອາຈານ ທີ່ເປັນສະມາຊິກກຳມະບານສອນດີ-ສອນເກັ່ງ 150 ຄົນ, ຍິງ 55 ຄົນ, ປະເພດ 1 ມີ 80 ຄົນ, ຍິງ 22 ຄົນ, ປະເພດ 2 ມີ 54 ຄົນ, ຍິງ 19 ຄົນ, ປະເພດ 3 ມີ 16 ຄົນ, ຍິງ 14 ຄົນ, ສະມາຊິກກຳມະບານຄູ-ອາຈານທີ່ເປັນການນຳຫຼັກແຫຼ່ງຂອງກົມກອງ ໄດ້ຊີ້ນຳ-ນຳພາສະມາຊິກຂອງຕົນຢ່າງໃກ້ຊິດ ແລະ ສາມາດສ້າງໄດ້ກົມກອງດີເດັ່ນ ຈຳນວນ 28 ກົມກອງ, ໃນ ນັ້ນປະເພດ 1 ມີ 10 ກົມກອງ, ປະເພດ 2 ມີ 15 ກົມກອງ ແລະ ປະເພດ 3 ມີ 3 ກົມກອງ, ຄຽງຄູ່ກັນນັ້ນພະນັກງານຄູ-ອາຈານ ຈຳນວນໜຶ່ງ ຍັງໄດ້ຮັບການຍ້ອງຍໍຈາກ ລັດຖະບານ ໄດ້ຮັບຫຼຽນກາແຮງງານ ແລະ ຫຼຽນໄຊແຮງງານ, ໄດ້ຮັບຫຼຽນໄຊ ແຮງງານ ຊັ້ນ 1 ມີ 16 ຄົນ, ຍິງ 3 ຄົນ, ຫຼຽນໄຊແຮງງານ ຊັ້ນ 2 ມີ 14 ຄົນ, ຍິງ 2 ຄົນ, ຫຼຽນໄຊແຮງງານ ຊັ້ນ 3 ມີ 17 ຄົນ, ຍິງ 6 ຄົນ, ຫຼຽນກາແຮງງານ 29 ຄົນ, ຍິງ 11 ຄົນ,ໃບຍ້ອງຍໍຂັ້ນລັດຖະບານ 38 ຄົນ, ຍິງ 18 ຄົນ, ຫຼຽນສະຫະພັນສູນກາງສະຫະພັນກຳມະບານລາວ 3 ກົມກອງ, ຫຼຽນກາກຳ ມະບານບຸກຄົນດີເດັ່ນ 25 ຄົນ,ໃບຍ້ອງ ຍໍສູນກາງສະຫະພັນກຳມະບານລາວ ບຸກຄົນດີເດັ່ນ 177 ຄົນ ແລະ ໃບຊົມ ເຊີຍ 168 ຄົນ.

ໃນກອງປະຊຸມ ກໍໄດ້ມີການປ່ອນບັດເລືອກເອົາສະຫະພັນກຳມະບານຊຸດໃໝ່ ເພື່ອມາສືບຕໍ່ໃນການຊີ້ນຳ-ນຳພາວຽກງານສະຫະ ພັນກຳມະບານຂອງ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ໃຫ້ການຂະຫຍາຍຕົວ ແລະ ໄດ້ຮັບປະ ສິດທິຜົນສູງຂຶ້ນ.