ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ, ປກສ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ແລະ ຄໍາສັ່ງຂອງກະ ຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ບັນດາພະນັກງານຫຼັກແຫຼ່ງແຕ່ລະພາກສ່ວນຮັບຮູ້ ເຜີຍແຜ່ໂດຍຫົວໜ້າກອງບັນຊາການ ປກສ ດັ່ງກ່າວ, ບັນດາສະ ຫາຍມີຄະນະພັກ ແລະ ຄະນະບັນຊາ ແຕ່ລະພາກສ່ວນ.

ເອກະສານຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019 ປະກອບມີ 6 ໝວດ, 21 ມາດຕາ. ມາດຕາ 9 ລະບຸວ່າ: ຂໍ້ຫ້າມສະເພາະຕໍ່ນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານເສນາທິການ ແລະ ບໍລິຫານຮັບໃຊ້ນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານເສນາທິການ ແລະ ບໍລິການຮັບໃຊ້ມີຂໍ້ຫ້າມ ຄື: ຫ້າມສວຍໃຊ້ໜ້າທີ່ເປັນເລຂານຸການຂອງພະນັກງານບັນຊາຂັ້ນຕ່າງໆ ຫຼື ແອບອ້າງບົດບາດອິດທິພົນຂອງຜູ້ນໍາພາ-ບັນຊາ ເພື່ອຮຽກຮ້ອງເອົາຜົນປະໂຫຍດສ່ວນຕົວ, ນໍາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມາພົວພັນວຽກງານນໍາກົມກອງ, ຫ້າມກົດໜ່ວງຖ່ວງດຶງເອກະສານເກີນກໍານົດເວລາທີ່ ກົດໝາຍ ແລະ ລະບຽບການກໍານົດໄວ້, ຫ້າມລຶບປ່ຽນແປງ ຫຼື ເປີດເຜີຍຂໍ້ມູນເອກະສານທາງການດ້ວຍວິທີການຕ່າງໆໂດຍບໍ່ໄດ້ຮັບອະນຸຍາດ ແລະ ຫ້າມໃຊ້ຕາປະທັບ, ກາຊື່ ແລະ ລາຍເຊັນຂອງການນໍາໃຊ້ທາງທີ່ບໍ່ຖືກຕ້ອງເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ຍາດຕິພີ່ນ້ອງຕົນເອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ເອກະສານສຳລັບຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 583/ປກສ ລົງວັນ ທີ 3 ເມສາ 2019 ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະ ຫງົບ ລະບຸວ່າ: ຫ້າມໃຫ້ນາຍ ແລະ ພົນຕຳ ຫຼວດຕົວະຍົວະ, ຫຼອກຫຼວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງກໍາລັງ ປ້ອງກັນຄວາມສະຫງົບ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ, ຫ້າມນາຍ ແລະ ພົນຕໍາຫຼວດຖ່າຍຮູບນຸ່ງ ເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆໂພສ໌ລົງ, ກົດໄລ, ກົດແຊ, ຕັດຕໍ່, ເສີມແຕ່ງຮູບພາບ, ມີຄໍາຄິດ-ຄໍາເຫັນລັກສະ ນະບໍ່ສ້າງສັນ, ປັ່ນປວນ, ໝິ່ນປະ ໝາດ, ແຕະຕ້ອງເຖິງກຽດສັກສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ລົງໃນອິນເຕີເນັດ, ເຟສ໌ບຸກ, ວັອດແອບ, ວີແຊັດ, ລາຍ, ອິນສະຕາແກຣມ, ທະວິດເຕີ, ຢູທູບ ແລະ ສື່ສັງຄົມອອນລາຍອື່ນໆ ທີ່ເປັນການເປີດເຜີຍຄວາມລັບຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ແກ່ພວກສັດຕູ ແລະ ກຸ່ມຄົນບໍ່ດີ ນໍາເອົາໄປໂຄສະນາພິກປີ້ນ, ທັບຖົມ, ໂຈມຕີຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄວາມສະຫງົບຂອງຊາດ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ໂຄສະນາຄວາມລັບວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ, ສົ່ງ, ຮັບ ແລະ ສົ່ງຕໍ່ໃຫ້ແກ່ບຸກ ຄົນໃດໜຶ່ງ ຫຼື ຫຼາຍຄົນ, ມີຄໍາເຫັນ ຫຼື ແລກປ່ຽນເນື້ອໃນ, ຂໍ້ມູນຂ່າວສານ, ຮູບພາບເໜັງຕີງ ຫຼື ບໍ່ເໜັງຕີງ ເປັນວິດີໂອ, ເປັນສຽງ, ລາຍເຊັນ ແລະອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ກົດໝາຍແຫ່ງ ສປປ ລາວ ກຳນົດໄວ້ຢ່າງເດັດຂາດ.