ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບຮອບດ້ານ ປະຈຳ 6 ເດືອນຕົ້ນປີ ທົ່ວເມືອງປາກລາຍ ແຂວງໄຊຍະບູລີ
ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບຮອບດ້ານ ປະຈຳ 6 ເດືອນຕົ້ນປີ ທົ່ວເມືອງປາກລາຍ ແຂວງໄຊຍະບູລີ

ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳ 6 ເດືອນ ຕົ້ນປີ ທົ່ວເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 25 ມິຖຸນາ 2019, ເປັນປະທານ ໂດຍ ພັທ ສຸລິວົງ ສີລິມະໂນທຳ ຮອງຫົວໜ້າກອງບັນຊາການ ປກສ ເມືອງ; ໂດຍທ່ານໄດ້ຍົກໃຫ້ເຫັນ ບັນດາຜົນສໍາເລັດຂອງ ການປະຕິບັດວຽກງານ, ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງ ເຈົ້າໜ້າທີ່, ອຳນາດການປົກຄອງ ຂັ້ນຕ່າງໆ ໃນການສະກັດກັ້ນ ແລະ ແກ້ໄຂ ສະພາບປະກົດການຫຍໍ້ທໍ້ ໃນສັງຄົມ, ເຮັດໃຫ້ ບັນດາລາຍຄະດີຕ່າງໆ ຫຼຸດລົງ ຢ່າງຈະແຈ້ງ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເທື່ອລະກ້າວ.

ພັຕ ພູໄຊ ເມກຕະກຸນ ຫົວໜ້າຫ້ອງການກອງບັນຊາການ ເມືອງປາກລາຍ ໄດ້ລາຍງານຕໍ່ກອງປະຊຸມຄັ້ງນີ້ ວ່າ:

ໃນ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ ພະແນກວິຊາສະເພາະ ລົງສົມທົບແໜ້ນກັບ ອົງການປົກຄອງ ທີ່ກ່ຽວຂ້ອງ ທຸກຂັ້ນ ສຸມໃສ່ແກ້ໄຂ ປະກົດການຫຍໍ້ທໍ້ ໃນສັງຄົມ, ຕາມໂຄງການຈັດສັນລະບຽບສັງຄົມ; ເຊິ່ງກ່ອນອື່ນ ແມ່ນ ໄດ້ເຮັດວຽກງານສຶກສາອົບຮົມ ພະນັກງານ, ສະມາຊິກພັັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າ ພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ຢ່າງເຂັ້ມງວດ, ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ກາຍເປັນ ຄວາມຮັບຜິດຊອບຂອງ ທົ່ວປວງຊົນ ໃນສັງຄົມ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ 6 ເດືອນ ຕົ້ນປີ ຜ່ານມາ ແມ່ນ ສາມາດເຮັດໄດ້ ດັ່ງນີ້:

ແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນທັງໝົດ 30 ເລື່ອງ, ກັກຕົວ ຜູ້ກະທຳຜິດ ມາດຳເນີນຄະດີ 36 ຄົນ ທຽບໃສ່ 6 ເດືອນ ທ້າຍປີ ຜ່ານມາ ຫຼຸດລົງ 24 ເລື່ອງ; ແກ້ໄຂ ຄະດີຜູ້ເສບຢາເສບຕິດ ທັງໝົດ 54 ເລື່ອງ ແລະ ຄະດີ ຜູ້ຄ້າ – ຂາຍຢາເສບຕິດ 7 ເລື່ອງ, ກັກຕົວ ຜູ້ກະທໍາຜິດ ທັງໝົດ 63 ຄົນ, ຂອງກາງຢາບ້າ 1.164 ເມັດ, ພ້ອມດ້ວຍ ເຄື່ອງຂອງກາງອື່ນໆ ຫຼາຍລາຍການ ມາດຳເນີນຄະດີ ຕາມລະບຽບກົດໝາຍ; ສ່ວນ ອຸບັດຕິເຫດ ຕາມທ້ອງຖະໜົນ ເກີດຂຶ້ນ 38 ຄັ້ງ, ທຽບໃສ່ 6 ເດືອນ ທ້າຍປີ ຜ່ານມາ ຫຼຸດລົງ 7 ຄັ້ງ; ໃນນີ້, ຄົນໄດ້ຮັບບາດເຈັບ 35 ຄົນ, ເສຍຊີວິດ 8 ຄົນ ແລະ ສາເຫດທີ່ເຮັດໃຫ້ເກີດ ອຸບັດຕິເຫດ ແມ່ນ ດື່ມສິ່ງມຶນເມົາ ແລ້ວຂັບຂີ່ລົດໄວ.

ນອກຈາກນັ້ນ, ໃນກອງປະຊຸມ ຍັງໄດ້ເຊື່ອມຊຶມນິຕິກຳຕ່າງໆຂອງ ກະຊວງປ້ອງກັນຄວາມສະຫງົບ ເພື່ອໃຫ້ບັນດາສະຫາຍ ຄະນະພັກ – ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.