ຫ້ອງພະລາທິການ ວິທະຍາຄານ ສັນຕິບານ ປະຊາຊົນ (ວສປ) ກະຊວງ ປກສ ສະຫຼຸບວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2019 ໃນວັນທີ 28 ມິຖຸນາ ຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ມີ ຄະນະພັກ – ຄະນະຫ້ອງ ແລະ ພະນັກງານ – ນັກຮົບ ເຂົ້າຮ່ວມ.

ພັທ ເຫວີຍສຸກ ພົມມະຈັນ ຫົວໜ້າຫ້ອງພະລາທິການ ກ່າວວ່າ:

ໃນໄລຍະ 6 ເດືອນຕົ້ນປີ ຜ່ານມາ, ຄະນະພັກ – ຄະນະຫ້ອງ ໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາ ພະນັກງານ – ນັກຮົບ ປະຕິບັດໜ້າທີ່ ວຽກງານວິຊາສະເພາະ ເຮັດສໍາເລັດໜ້າທີ່ ຕາມການມອບໝາຍ; ເປັນຕົ້ນແມ່ນ ການປະຕິບັດ ລາຍຮັບ – ລາຍຈ່າຍ ແຕ່ລະຮ່ວງ ນັບແຕ່ເດືອນມັງກອນ – ເດືອນເມສາ 2019 ລວມທັງໝົດ ແມ່ນ 17.929. 365.355 ກີບ, ລວມລາຍຈ່າຍ 17.253.957.620 ກີບ ແລະ ຍັງເຫຼືອ 675.407.735 ກີບ; ສະເພາະການຈັດຕັ້ງປະຕິບັດ ງົບປະມານເງິນບໍລິຫານ, ເງິນໄປເຮັດວຽກທາງການ, ເງິນບໍາລຸງຮັກສາສ້ອມແປງ ວັດຖຸເຕັກນິກ – ພາຫະນະ – ເຄຫາສະຖານ ທີ່ໄດ້ຮັບເປັນເງິນສົດ ແມ່ນປະຕິບັດໄດ້ 30% ຂອງແຜນການອະນຸມັດ.

– ສ່ວນ ການຈັດຕັ້ງປະຕິບັດ ຮ່ວງເງິນໂອນ ວຽກງານບໍາລຸງຮັກສາສ້ອມແປງ ວັດຖຸເຕັກນິກ, ພາຫະນະ, ເຄຫາສະຖານ

ແມ່ນ ປະກອບເອກະສານໄດ້ 100% ລໍຖ້າອະນຸມັດ ຈາກຂັ້ນເທິງ; ວຽກງານຄຸ້ມຄອງລາຍຈ່າຍສ້ອມແປງທົ່ວ ວສປ ປະຕິບັດໄດ້ ຄື: ຈ່າຍສ້ອມແປງ ໄຟຟ້າ, ຕຶກອາຄານ ແລະ ນໍ້າປະປາ ເປັນຈໍານວນເງິນ 466.101.000 ກີບ, ປະຕິບັດ ແຜນການລາຍຈ່າຍກໍ່ສ້າງ ຫໍມູນເຊື້ອ ມູນຄ່າ 353.542.000 ກີບ, ປະຕິບັດ ແຜນລາຍຈ່າຍກໍ່ສ້າງ ເດີ່ນເປຕັງ ໃນມູນຄ່າ 147.040.000 ກີບ, ປະຕິບັດ ແຜນລາຍຈ່າຍກໍ່ສ້າງ ສາງຊັບສິນ ໃນມູນຄ່າ 250.000.000 ກີບ, ປະຕິບັດ ແຜນລາຍຈ່າຍກໍ່ສ້າງ ຄົວເຮືອນ ໃນມູນຄ່າ 21.642.000 ກີບ ແລະ ປະຕິບັດ ແຜນລາຍຈ່າຍກໍ່ສ້າງ ຫ້ອງນອນນັກສຶກສາ 81.300.000 ກີບ.

ຄຽງຄູ່ກັນນີ້, ຍັງຮັບ ບົງນໍ້າມັນເຊື້ອໄຟ ຮ່ວງບໍລິຫານ ມູນຄ່າ 282.000.000 ກີບ, ຮັບບົງ ນໍ້າມັນເຊື້ອໄຟ ຮ່ວງວິຊາສະເພາະ ມູນຄ່າ 88.000.000 ກີບ, ຮັບເງິນໂອນ ບໍາລຸງສ້ອມແປງ ລົດບໍລິຫານ ແລະ ວິຊາສະເພາະ 51.000.000 ກີບ, ສ້ອມແປງ ລົດບໍລິຫານ ແລະ ລົດວິຊາສະເພາະ 14.520.000 ກີບ ແລະ ຮັບເງິນໂອນ ບໍາລຸງຮັກສາ ເຄື່ອງອຸປະກອນເຕັກນິກ 83.000.000 ກີບ.

– ທິດທາງແຜນການ 6 ເດືອນ ທ້າຍປີ 2019

ຄະນະຫ້ອງພະລາທິການ ຈະສືບຕໍ່ຊີ້ນໍາ – ນໍາພາ ພະນັກງານ – ນັກຮົບ ໃນການຂຶ້ນແຜນງົບປະມານ ເພື່ອຮັບໃຊ້ກໍາລັງ ຕາມອັດຕາການຮັບ – ການຈ່າຍ ປະຈໍາປີ ກ່ຽວກັບ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ ແຕ່ລະ ຫ້ອງ, ແຕ່ລະ ພະແນກ ໃຫ້ຖືກຕ້ອງ, ທ່ວງທັນກັບເວລາ, ເອົາໃຈໃສ່ ໃນການຄຸ້ມຄອງ ແລະ ປົກປັກຮັກສາ ພາຫະນະ ທີ່ນໍາໃຊ້ທົ່ວ ວສປ ໃຫ້ດີ; ພ້ອມທັງນໍາໃຊ້ ງົບປະມານ ໃນການສ້ອມແປງ, ບົວລະບັດ, ຮັກສາ ວັດຖຸເຕັກນິກ ໃຫ້ຖືກຕາມເປົ້າໝາຍ, ຮັບປະກັນທາງດ້ານ ຄຸນນະພາບ – ປະລິມານ, ຫຼີກເວັ້ນ ການຕົກເຮ່ຍເສຍຫາຍ ແລະ ໃຫ້ເຂົ້າລະບຽບການ ເທື່ອລະກ້າວ.