ກອງປະຊຸມສົ່ງເສີມການຮ່ວມມືການຄ້າຊາຍແດນ 4 ແຂວງ ພາກເໜືອ ສປປ ລາວ ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ 4 ແຂວງພາກເໜືອ ສສ ຫວຽດນາມ ຄື: ແຂວງເຫງະອານ, ແຂວງເຊິນລາ, ແຂວງແທ໋ງຮວາ ແລະ ແຂວງດຽນບຽນ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2019 ທີ່ໂຮງ ແຮມຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ທ່ານ ຫວູດັງ ແມ້ງ ຫົວໜ້າ ກົງສູນໃຫຍ່ປະຈຳພາກເໜືອລາວ ທີ່ນະຄອນຫຼວງພະບາງ, ທ່ານ ນາງ ແພງ ກັນຍາພິມ ຮອງເຈົ້າແຂວງໆຫົວພັນ, ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງໆຜົ້ງສາລີ ແລະ ມີບັນດາຜູ້ ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ຮັບຟັງການລາຍງານ, ການຈັດຕັ້ງປະຕິບັດວຽກງານການຄ້າຈຳນວນ 8 ແຂວງ ໂດຍສະເພາະແມ່ນການຄ້າຕາມຊາຍແດນ, ສິນຄ້າຜ່ານແຕ່ລະດ່ານ, ລາວ ແລະ ຫວຽດນາມ ມີຊາຍແດນຕິດຈອດກັນຍາວ 2.337 ກ່ວາກິໂລແມັດ, ມີດ່ານທັງໝົດຈໍານວນ 33 ດ່ານ. ໃນນີ້, ເຂດພາກເໜືອຂອງລາວ ມີຊາຍ ແດນຕິດຈອດກັບ 4 ແຂວງຂອງຫວຽດນາມ ມີ 3 ດ່ານສາກົນ, 4 ດ່ານທ້ອງຖິ່ນ, 5 ດ່ານປະເພນີ ແລະ ເສັ້ນ ທາງອອກຫຼາຍເສັ້ນ, ເຊິ່ງບໍລິເວນມີຄວາມບົ່ມຊ້ອນການພັດທະນາ, ເປັນປະຕູໄປ-ມາ ຄ້າ-ຂາຍແລກປ່ຽນສິນຄ້ານຳກັນລະຫ່ວາງ ສສ ຫວຽດນາມ ແລະ ສປປ ລາວ ການແລກປ່ຽນສິນຄ້າຂອງສອງປະເທດບັນລຸໄດ້ 892,9 ລ້ານໂດລາສະຫະລັດໃນປີ 2017 ຖ້າທຽບໃສ່ປີ 2016 ເພີ່ມຂຶ້ນ 8,4%, ໃນປີ 2018 ບັນລຸໄດ້ 1 ຕື້ກ່ວາໂດ ລາສະຫະລັດທຽບໃສ່ ປີ 2017 ເພີ່ມຂຶ້ນ 13%, ປີ 2019 ລັດຖະບານສອງປະເທດໄດ້ວາງຄາດໝາຍສູ້ຊົນການແລກປ່ຽນສິນຄ້າລະຫ່ວາງສອງປະເທດເພີ່ມ 10% ຂຶ້ນໄປ. ແຕ່ວ່າກິດຈະການດ້ານຄ້າຊາຍແດນສອງປະ ເທດຍັງບໍ່ປົກກະຕິ ແລະ ໝັ້ນຄົງຢ່າງແທ້ຈິງ, ສິນຄ້ານຳເຂົ້າ ແລະ ສົ່ງອອກບໍ່ດຸນດ່ຽງກັນສິນຄ້ານຳເຂົ້າລາວມີຈຳນວນຫຼາຍ ເປັນຕົ້ນແມ່ນວັດສະດຸກໍ່ສ້າງແຕ່ສິນຄ້າສົ່ງອອກມີໜ້ອຍສ່ວນຫຼາຍແມ່ນສາລີ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ປຶກສາຫາລືຊອກຫາທາງອອກວິທີແກ້ໄຂ, ການຜະລິດຂອງປະຊາຊົນລາວຍັງເປັນແບບຄອບຄົວຍັງບໍ່ທັນເປັນສິນຄ້າ, ປັບນະໂຍບາຍສະເໝີຕົ້ນສະເໝີປາຍ, ຍົກລະດັບວຽກງານຊາຍແດນ ແລະ ແກ້ໄຂຂອດທີ່ເຮັດໃຫ້ການຄ້າມີຄວາມຫຍຸ້ງຍາກ, ຍົກລະດັບເສັ້ນທາງດ່ານໃຫ້ມີຄຸນ ນະພາບ, ຕ້ອງຮັບປະກັນຜົນປະໂຫຍດຂອງລັດ, ນັກທຸລະກິດ ແລະ ຜູ້ອອກແຮງງານ, ດ່ານສາກົນຕ້ອງເປີດເຕັມໂມງເວລາ, ການຄ້າຊາຍແດນເປັນທາງອອກໜຶ່ງໃນການແກ້ໄຂຄວາມທຸກຍາກ, ການຜະລິດສິນຄ້າບໍ່ຈຳ ກັດໃນການສົ່ງອອກ, ຈັດເກັບອາກອນຕ່າງໆຢູ່ຈຸດດຽວ, ສອງແຂວງຊາຍແດນຕ້ອງຮ່ວມມືໃນການສົ່ງເສີມຜະລິດເປັນສິນຄ້າຜ່ານຊາຍແດນ, ຊອກຫາຕະຫຼາດໃຫ້ປະຊາຊົນຜູ້ຜະລິດ, ເກັບກຳຂໍ້ມູນສິນຄ້າຜ່ານດ່ານປະ ເພນີ, ດ່ານທ້ອງຖິ່ນ ເພື່ອຍົກລະດັບໃຫ້ເປັນດ່ານສາກົນ.