ພັທ ຄຳແພງ ແກ້ວມູນທອງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫົວພັນ
ພັທ ຄຳແພງ ແກ້ວມູນທອງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫົວພັນ

ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ ນາຍ ແລະ ພົນຕຳຫຼວດ ຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ໃນກຳລັງປ້ອງກັນຄວາມສະຫງົບ ໃນວັນທີ 26 ມິຖຸນາ 2019, ເຜີຍແຜ່ໂດຍ ພັທ ຄຳແພງ ແກ້ວມູນທອງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫົວພັນ, ມີ ບັນດາຫົວໜ້າຫ້ອງ – ຮອງຫ້ອງ, ຫົວໜ້າພະແນກ – ຮອງພະແນກ ຕະຫຼອດຮອດ ພະນັກງານ – ນັກຮົບ ພາຍໃນ ຫ້ອງຕຳຫຼວດ ເຂົ້າຮ່ວມ.

ເອກະສານຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019 ປະກອບມີ 6 ໝວດ 21 ມາດຕາ, ໃນນັ້ນ ໄດ້ຍົກໃຫ້ເຫັນກ່ຽວກັບ ການກຳນົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍ ແລະ ພົນຕຳຫຼວດ, ມີທັງຂໍ້ຫ້າມລວມ ແລະ ຂໍ້ຫ້າມສະເພາະ ໃນຂົງເຂດການເມືອງ, ຂົງເຂດວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ຂົງເຂດຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ຂົງເຂດພະລາທິການ, ຂົງເຂດເສນາທິການ ແລະ ບໍລິຫານຮັບໃຊ້.

ພິທີເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ
ພິທີເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ

ເອກະສານຄຳສັ່ງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 583/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍ ການນໍາໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ກຳນົດລະບຽບຫຼັກການ ແລະ ມາດຕະການ ໃນການຄຸ້ມຄອງ ການນຳໃຊ້ສື່ສັງຄົມອອນລາຍ ປະເພດຕ່າງໆ, ແນໃສ່ສ້າງ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ແລະ ປົກປ້ອງບົດບາດກຽດສັກສີຂອງ ກຳລັງປ້ອງກັນຄວາມສະຫງົບ ໃນສະເພາະໜ້າ ແລະ ຍາວນານ, ເຊິ່ງໄດ້ລະບຸໄວ້ ວ່າ:

ຫ້າມ ນາຍ ແລະ ພົນຕຳຫຼວດ ຕົວະຍົວະຫຼອກລວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ ທີ່ກໍ່ໃຫ້ເກີດ ຄວາມເສຍຫາຍ ຕໍ່ບົດບາດຂອງ ກຳລັງປ້ອງກັນຄວາມສະຫງົບ, ຫ້າມຖ່າຍຮູບນຸ່ງເຄື່ອງແບບ ແລະ ຕິດຊັ້ນ – ປະກອບອາວຸດເຕັກນິກຕ່າງໆ ໂພດລົງສື່ອອນລາຍ.

ຈຸດປະສົງຂອງ ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ກໍເພື່ອເຮັດໃຫ້ ນາຍ ແລະ ພົນຕຳຫຼວດ ໄດ້ຍົກສູງ ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການຈັດຕັ້ງສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນກຳລັງ ປ້ອງກັນຄວາມສະຫງົບ ປະຊາຊົນ, ແນໃສ່ຫຼຸດຜ່ອນ ຫາງສຽງວິພາກວິຈານຂອງ ສັງຄົມ, ເຮັດໃຫ້ ກຳລັງ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນ ທີ່ທັນສະໄໝ, ມີຈັນຍາບັນ – ຈັນຍາທຳ, ມີລະບຽບວິໄນ ເຂັ້ມງວດ ສົມເປັນ ກຳລັງປະກອບອາວຸດ ປະຕິວັດ ທີ່ມີຄວາມຈົງຮັກພັກດີຕໍ່ ພັກ – ລັດ, ປະເທດຊາດ ແລະ ປະຊາຊົນ ເພື່ອໃຫ້ສອດຄ່ອງຕໍ່ ແນວທາງນະໂຍບາຍຂອງ ພັກ – ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ, ປະຕິບັດ ຫຼັກການລວມສູນ ປະຊາທິປະໄຕ, ພິຈາລະນາແກ້ໄຂ ເປັນໝູ່ຄະນະ, ຖືເອົາ ກອງປະຊຸມ ຄະນະກຳມະການ ພິຈາລະນາວິໄນ ເປັນຕົ້ນ ການໃຊ້ມາດຕະການຕໍ່ ຜູ້ລະເມີດ, ປະຕິບັດ ລະບອບການກວດກາ ແລະ ປ້ອງກັນກຳລັງ ພາຍໃຕ້ ການຊີ້ນຳໂດຍກົງຂອງ ຄະນະພັກ – ຄະນະບັນຊາ ແຕ່ລະຂັ້ນ ຢ່າງເຂັ້ມງວດ ແລະ ຮັບປະກັນ ຄວາມວ່ອງໄວທັນການ, ເຂັ້ມງວດ, ໂປ່ງໃສ, ພາວະວິໄສ ແລະ ຍຸຕິທຳ.