ພິທີມອບ – ຮັບ ແລະ ເປີດນໍາໃຊ້ ອາຄານຂອງ ກະຊວງຍຸຕິທໍາ ຫຼັງໃໝ່ ໄດ້ຈັດຂຶ້ນ ໃນວັນທີ 2 ກໍລະກົດ 2019, ກ່າວມອບ ໂດຍ ທ່ານ ສີສະຫງວນ ອິນທະຈັກ ອໍານວຍການ ລັດວິສາຫະກິດ ກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ, ກ່າວຮັບ ໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ; ເຂົ້າຮ່ວມເປັນ ສັກຂີພະຍານ ແລະ ຕັດແຖບຜ້າ ໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈໍາ ຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ, ມີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ – ຮອງກົມ, ສະຖາບັນ, ພະແນກ ແລະ ພະນັກງານ – ລັດຖະກອນ ເຂົ້າຮ່ວມ.

ທ່ານ ສີສະຫງວນ ອິນທະຈັກ ກ່າວວ່າ:

ໂຄງການກໍ່ສ້າງອາຄານ ກະຊວງຍຸຕິທໍາ ຫຼັງໃໝ່ ແມ່ນ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ເຊິ່ງໄດ້ເລີ່ມລົງມືກໍ່ສ້າງ ໃນເດືອນສິງຫາ 2013 ແລະ ໄດ້ສໍາເລັດ ໃນວັນທີ 14 ມິຖຸນາ 2019 ລວມມູນຄ່າການກໍ່ສ້າງ 129.130.028.862 ກີບ.

ກ່າວມອບ ໂດຍ ທ່ານ ສີສະຫງວນ ອິນທະຈັກ - ກ່າວຮັບ ໂດຍ ທ່ານ ບຸນສະຫວາດ ບຸບຜາ
ກ່າວມອບ ໂດຍ ທ່ານ ສີສະຫງວນ ອິນທະຈັກ – ກ່າວຮັບ ໂດຍ ທ່ານ ບຸນສະຫວາດ ບຸບຜາ

ອາຄານຫຼັງດັ່ງກ່າວ ເປັນອາຄານ 5 ຊັ້ນ, ມີຂະໜາດຄວາມກວ້າງ 46 ແມັດ, ຍາວ 99 ແມັດ, ມີຫ້ອງປະຊຸມໃຫຍ່ 1 ຫ້ອງ ແລະ ຫ້ອງປະຊຸມນ້ອຍ 3 ຫ້ອງ. ນອກຈາກນັ້ນ, ກໍແມ່ນ ຫ້ອງເຮັດວຽກຂອງ ພະນັກງານ; ຈາກນັ້ນ, ກໍຍັງໄດ້ສ້າງ ຕາຂ່າຍໄຟຟ້າ 22 KV ແລະ ຕິດຕັ້ງໝໍ້ແປງ 1600 KVA ເຊິ່ງປະກອບມີ 3 ໜ້າວຽກ ຄື: ຕັ້ງເສົາ 12 ແມັດ ຈໍານວນ 3 ຕົ້ນ, ເຮັດຕາຂ່າຍແບບຝັງດິນ ຍາວ 220 ແມັດ ແລະ ຕິດຕັ້ງໝໍ້ແປງ 1600 KVA ລວມມູນຄ່າ 2.499.306.000 ກີບ; ນອກຈາກນັ້ນ, ຍັງກໍ່ສ້າງປັບປຸງພື້ນທີ່ ແລະ ກໍ່ສ້າງ ພື້ນຖານໂຄງລ່າງ ຢູ່ຂອບເຂດຕຶກ ປະກອບມີ 10 ໜ້າວຽກ ຄື: ຖົມດິນ ແລະ ປູກຫຍ້າຂອບເດີ່ນ, ກໍ່ສ້າງ ທາງເປຕົງເສີມເຫຼັກ ເຂົ້າຫາຕຶກ ແລະ ເດີ່ນດ້ານໜ້າ, ກໍ່ສ້າງ ລານຈອດລົດໃຫຍ່ ດ້ວຍເປຕົງເສີມເຫຼັກ, ກໍ່ສ້າງຮ່ອງລະບາຍນໍ້າ, ສ້າງປະຕູໂຂງ ແລະ ກໍາແພງ ອ້ອມຮອບເດີ່ນ, ກໍ່ສ້າງ ເຮືອນພັກ ແລະ ຫ້ອງນໍ້າ ກອງຮ້ອຍປ້ອງກັນ, ກໍ່ສ້າງ ປ້ອມຍາມ, ກໍ່ສ້າງ ເຮືອນຈອດລົດໃຫຍ່, ລົດຈັກ ແລະ ເຮືອນມ້ຽນຂີ້ເຫຍື້ອ; ເຊິ່ງໃນປັດຈຸບັນ, ການດຳເນີນການທຸກຢ່າງ ແມ່ນ ສໍາເລັດ 100% ແລ້ວ ແລະ ລວມມູນຄ່າທັງໝົດ ມີ 19.984.060.000 ກີບ.

ໂຄງການກໍ່ສ້າງອາຄານ ກະຊວງຍຸຕິທໍາ ຫຼັງໃໝ່ ແມ່ນ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໂຄງການກໍ່ສ້າງອາຄານ ກະຊວງຍຸຕິທໍາ ຫຼັງໃໝ່ ແມ່ນ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ