ໃນວັນທີ 3 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ຢອນຮັບ ຂອງທາງການ ສ ເກົາຫຼີ ອ້າງລາຍງານຂອງ ອົງການອາຫານ ແລະ ກະສິກຳ ແຫ່ງ ສະຫະປະຊາຊາດ (FAO) ທີ່ຄາດຄະເນ ວ່າ: ການຜະລິດຊີ້ນໝູ ໃນ ສປປ ເກົາຫຼີ ຈະຫຼຸດລົງ ເພາະເປັນຜົນມາຈາກການລະບາດຂອງ ພະຍາດອະຫິວາອາຟຣິກກາ ໃນໝູ.

ໂດຍລາຍງານ ລະບຸວ່າ:

ນັບຕັ້ງແຕ່ມີລາຍງານວ່າ ຈີນ ພົບການລະບາດເປັນຄັ້ງທຳອິດ ໃນເດືອນສິງຫາ ປີຜ່ານມາ, ພະຍາດອະຫິວາອາຟຣິກກາ ໃນໝູ ກໍແຜ່ລະບາດຢ່າງໄວວາ ໄປຍັງປະເທດອື່ນໆ ເຊິ່ງລວມມີ ສປປ ເກົາຫຼີ, ມົງໂກລີ, ກໄປູເຈຍ, ລາວ ແລະ ຫວຽດນາມ.

FAO ລະບຸວ່າ:

ມີການຄາດຄະເນວ່າ ການຜະລິດຊີ້ນໝູ ຈະຫຼຸດລົງຢ່າງເຫັນໄດ້ຊັດເຈນ ທັ້ງໃນ ສປປ ເກົາຫຼີ ແລະ ປະເທດທີ່ກຳລັງປະເຊີນກັບ ການແຜ່ລະບາດຂອງພະຍາດ ໂດຍຄາດວ່າ ການຜະລິດຊີ້ນໝູ ໃນຈີນ ຈະຫຼຸດລົງຢ່າງໜ້ອຍ 10% ເຫຼືອ 49,10 ລ້ານໂຕນ ໃນປີນີ້. ທັ້ງນີ້, ພະຍາດອະຫິວາອາຟຣິກກາ ໃນໝູ ກຳລັງຄຸກຄາມຄວາມໝັ້ນຄົງທາງອາຫານ ແລະ ການດຳລົງຊີວິດຂອງປະຊາຊົນຈຳນວນຫຼາຍ ທີ່ອາໄສການຜະລິດຊີ້ນໝູ.

ທາງດ້ານ ສປປ ເກົາຫຼີ ແມ່ນມີການກວດພົບການແຜ່ລະບາດຂອງພະຍາດ ເປັນຄັ້ງທຳອິດ ໃນເດືອນພຶດສະພາ ທີ່ຜ່ານມາ.

ດ້ານ ສ ເກົາຫຼີ ກໍໄດ້ສະເໜີທີ່ຈະຮ່ວມມືກັບ ສປປ ເກົາຫຼີ ສະກັດກັ້ນການແຜ່ລະບາດຂອງພະຍາດ ແຕ່ຍັງບໍ່ມີການຕອບຮັບ ຂໍ້ສະເໜີແຕ່ຢ່າງໃດ.