ປກສ ເມືອງໜອງບົກ ສຶກສາອົບຮົມນັກໂທດ ພາຍໃນ ຄ້າຍຄຸມຂັງ – ດັດສ້າງຊົ່ວຄາວ

0
1972

ໃນວັນທີ 27 ມີຖຸນາ 2019, ທີ່ກອງບັນຊາການ ປກສ ເມືງໜອງບົກ ແຂວງຄໍາມ່ວນ ໄດ້ເປີດການສຶກສາອົບຮົມໃຫ້ ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໃນຄ້າຍຄຸມຂັງ-ດັດສ້າງຊົ່ວຄາວ, ເປັນປະທານໂດຍ ພັທ ສຸລັດ ຈັນທະວົງ ຫົວໜ້າກອງບັນຊາການ ປກຊ ເມືອງໜອງບົກ, ທ່ານ ດານິນ ອິນທະລາ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງໜອງບົກ, ພັທ ຄໍາສິງ ອໍລະວັນ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ, ມີ ຄະນະບັນຊາ, ວິຊາການ ຕະຫຼອດຮອດ ນັກໂທດ, ຜູ້ຖືກຫາ ເຂົ້າຮ່ວມ 60 ກວ່າຄົນ.

ເປັນປະທານໂດຍ ພັທ ສຸລັດ ຈັນທະວົງ ຫົວໜ້າກອງບັນຊາການ ປກຊ ເມືອງໜອງບົກ
ເປັນປະທານໂດຍ ພັທ ສຸລັດ ຈັນທະວົງ ຫົວໜ້າກອງບັນຊາການ ປກຊ ເມືອງໜອງບົກ

ການສຶກສາອົບຮົມ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ບັນດານັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ໄດ້ຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງ ພັກ – ລັດ, ລະບຽບ – ກົດໝາຍຂອງ ລັດ, ເຂົ້າໃຈເຖິງ ມູນເຊື້ອການປົດປ່ອຍປະເທດຊາດຂອງ ປະຊາຊົນ ປະຕິວັດລາວ ບັນດາເຜົ່າ ແລະ ເຮັດໃຫ້ວຽກງານວິຊາສະເພາະ ຫັນເຂົ້າສູ່ຫຼັກການ ທີ່ກຳນົດໄວ້ ເທື່ອລະກ້າວ, ຮູ້ຈຳແນກສິ່ງທີ່ດີ່ ແລະ ບໍ່ດີ ຢູ່ໃນສັງຄົມ, ຮູ້ເຖິງ ບາບ – ບຸນ – ຄຸນ – ໂທດ ແລະ ຜົນສະທ້ອນຕໍ່ ການກະທຳຂອງຕົນເອງ, ທັງເປັນ ການບໍາບັດຟື້ນຟູ ສ້າງກໍາລັງກາຍ ແລະ ກໍາລັງໃຈ ໃຫ້ມີຄວາມໝັ້ນທ່ຽງ ໃນການດຳລົງຊີວິດທີ່ຖືກຕ້ອງ.

ນອກຈາກນັ້ນ, ຍັງເຮັດໃຫ້ ນັກໂທດ ຜູ້ທີ່ລະເມີດລະບຽບຂອງ ຄ້າຍຄຸມຂັງ – ດັດສ້າງ ຮູ້ສຶກກິນແໜງ, ແຄງໃຈ ແລະ ເພື່ອປັບປຸງກໍ່ສ້າງຕົນເອງ ໃຫ້ຢຸດເຊົາ ໃນການປະພຶດຕົວ ໃນທາງທີ່ບໍ່ຖືກຕ້ອງ ແລະ ປ່ຽນແນວຄິດຈິດໃຈຂອງຕົນເອງ ໄປໃນທາງທີ່ດີ; ເຊິ່ງເມື່ອເວລາພົ້ນໂທດອອກໄປ ກໍໃຫ້ກາຍເປັນ ພົນລະເມືອງດີຂອງສັງຄົມ.

ໃນການສຶກສາອົບຮົມຄັ້ງນີ້ ແມ່ນ ໄດ້ນຳເອົາຫຼາຍເອກະສານມາເຜີຍແຜ່ໃຫ້ ບັນດານັກໂທດ, ຜູ້ຖືຫາ ແລະ ຜູ້ຖືກດັດສ້າງ ເຊັ່ນ: ເອກະສານ ມູນເຊື້ອຊາດລາວ, ເອກະສານ ມູນເຊື້ອ ກອງທັບ, ເອກະສານ ມູນເຊື້ອຂອງ ກຳລັງປ້ອງກັນຄວາມສະຫງົບ, ສິນທຳ, ບາບ – ບຸນ – ຄຸນ – ໂທດ ແລະ ເອກະສານ ຜົນຮ້າຍຂອງ ຢາເສບຕິດ.

ມີ ຄະນະບັນຊາ, ວິຊາການ ຕະຫຼອດຮອດ ນັກໂທດ, ຜູ້ຖືກຫາ ເຂົ້າຮ່ວມ 60 ກວ່າຄົນ
ມີ ຄະນະບັນຊາ, ວິຊາການ ຕະຫຼອດຮອດ ນັກໂທດ, ຜູ້ຖືກຫາ ເຂົ້າຮ່ວມ 60 ກວ່າຄົນ

ນອກນັ້ນ, ຍັງໄດ້ເຜີຍແຜ່ເອກະສານກົດລະບຽບຂອງ ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ຮູ້ວ່າ:

ກົດລະບຽບສະບັບນີ້ ໄດ້ກຳນົດ ຫຼັກການ, ລະບຽບການ, ທີ່ຕັ້ງ, ສິດພັນທະ, ຂໍ້ຫ້າມ, ນະໂຍບາຍ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດກົດລະບຽບ ເພື່ອເຮັດໃຫ້ ບັນດານັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ເຄື່ອນໄຫວຖືກຕາມລະບຽບການທີ່ ຄ້າຍຄຸມຂັງ ວາງອອກ.